ກອງປະຊຸມຄະນະກຳມະການປົກຄອງເມືຶອງໄຊຍະບູລີ ປະຈໍາເດືອນຕຸລາ ແລະ ທິດທາງແຜນການປະຈໍາເດືອນ ພະຈິກ 2025

ຕອນເຊົ້າວັນທີ 11 ພະຈິກ 2025 ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາເດືອນ ຕຸລາ ແລະ ທິດທາງແຜນການເດືອນ ພະຈິກ ປະຈໍາປີ 2025 ຂື້ນ ທີ່ຫ້ອງປະຊຸມໃຫຍ່ ເມືອງໄຊຍະບູລີ ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກຳມະການປົກຄອງເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຜູ້ຮັບຜິດຊອບບົດສະຫຼຸບ ພ້ອມດ້ວຍທ່ານນາຍບ້ານເທດສະບານເມືອງເຂົ້າຮ່ວມ. 

ທ່ານ ສາຍພີນ ຈັນທະຜອງ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງໄຊຍະບູລີ ໄດ້ຂື້ນຜ່ານບົດສະຫຼຸບວຽກງານທີ່ພົ້ນເດັ່ນຂອງຄະນະກຳມະການປົກຄອງເມືອງ ປະຈໍາເດືອນ ຕຸລາ ແລະ ທິດທາງແຜນການເດືອນ ພະຈິກ ປີ 2025 ທ່ານໃຫ້ຮູ້ວ່າ: ວຽກງານປ້ອງກັນຊາດ: ໄດ້ສົມທົບກອງພົນທະຫານຮາບທີ 2 ກອງບັນຊາການທະຫານແຂວງ, ປກສ ເມືອງ ປກສ ກຸ່ມບ້ານອໍານາດການປົກຄອງບ້ານພ້ອມກັນຈັດຕັ້ງກໍາລັງປ້ອງກັນຂອບເຂດຄວາມຮັບຜິດຊອບສະຖານທີ່ສໍາຄັນຕ່າງໆ ໃຫ້ມີຄວາມສະຫງົບປອດໄພ 100%, ໄດ້ປະຈໍາການຕະຫຼອດ 24 ຊົ່ວໂມງ; ສົມທົບກອງຫຼອນປ້ອງກັນຂົວ ແລະ ຈຸດລໍ່ແຫຼມມີ 4 ຈຸດ ແລະ ລົງກວດກາການຂຸດຄົ້ນແຮ່ທາດ ( ຄໍາ ) ຢູ່ເຂື່ອນນໍ້າຂອງ ແລະ ກ້ອງບ້ານປາກຮຸ່ງ, ວຽກງານປ້ອງກັນຄວາມສະຫງົບ: ໃນໄລຍະ 1 ເດືອນຜ່ານມາມີຄະດີ ແລະ ປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 10 ເລື່ອງ, ກັກຕົວຜູ້ ກະທໍາຜິດໄດ້ 16 ຄົນ, ຍິງ 1 ຄົນ, ຄະດີເກີດຂຶ້ນ ແລະ ສາມາດແກ້ໄດ້: 6 ລາຍ 4 ກໍລະນີ ກັກຕົວຜູ້ກະທໍາຜິດໄດ້ 9 ຄົນ, ບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແລະ ແກ້ໄຂໄດ້ທັງໝົດ 04 ເລື່ອງ, ມີ 02 ກໍລະນີ ກັກຕົວຜູ້ກະທຳຜິດໄດ້ທັງໝົດ 07 ຄົນ, ຍິງ 01 ຄົນ, ໄດ້ສຸມໃສ່ກວດກາຕິດຕາມປ້ອງກັນເວນຍາມຕາມສຳນັກງານ-ອົງການອ້ອມຂ້າງເມືອງ, ໄດ້ດໍາເນີນການສືບສວນ-ສອບສວນພາກສ່ວນທີ່ເປັນຄະດີ ແລະ ປະກົດການຫຍໍ້ທໍ້ ໄດ້ 48 ຄັ້ງ, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາຊັນລະສູດຊາກຊົບຄົນເສຍຊີວິດໄດ້ 05 ຄັ້ງ, ໄດ້ສົມທົບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມຕາມເປົ້າໝາຍຄ້າຂາຍຢາເສບຕິດ ແລະ ພາກສ່ວນເສບຢາເສບຕິດໄດ້ 08 ຄັ້ງ, ລົງກວດກາວັດແທກຄະຕິອຸປະຕິເຫດໄດ້ 10 ຄັ້ງ , ໄດ້ອອກກວດກາກາງຄືນຕິດຕາມລົດດັດແປງສະພາບເຕັກນິກໃຊ້ສຽງດັງ ແລະ ກຸ່ມແກ້ງຂີ່ລົດກວນເມືອງໄດ້ 19 ຄັ້ງ, ພົບເຫັນຜູ້ລ່ວງລະເມີດທັງໝົດ 178 ຄົນ, ສຶກສາອົບຮົມ 104 ຄົນ, ໄດ້ອຳນວຍຄວາມສະດວກຈັດລົດປ້ອງກັນເສັ້ນທາງໃຫ້ແກ່ແຂກການນໍາຂັ້ນສູງທີ່ລົງມາຢ້ຽມຢາມເຮັດວຽກຢູ່ແຂວງ ແລະ ວັນສໍາຄັນຕ່າງໆຂອງພັກຂອງຊາດ, ກອງປະຊຸມໃຫ່ຍອົງຄະນະພັກແຂວງໄຊຍະບູລີ ໄດ້ 03 ຄັ້ງ, ໄດ້ເຮັດໃບຢັ້ງຢືນການເກີດໃຫ້ພົນລະເມືອງ ແລະ ໃບຢັ້ງຢືນການເສຍຊີວິດໄດ້ 105 ສະບັບ, ໄດ້ໂອນຖ່າຍຂໍ້ມູນສໍາມະໂນຄົວເຂົ້າລະບົບເອເລັກໂຕຣນິກໄດ້ 27 ຄອບຄົວ ມີຈຳນວນພົນ 133 ຄົນ, ຍິງ 61 ຄົນ, ໄດ້ກວດກາປັບປຸງປື້ມສຳມະໂນຄົວໄດ້ທັງໝົດ 27 ຄອບຄົວ, ປ່ຽນປື້ມສຳມະໂນຄົວໃໝ່ໄດ້ 23 ຄອບຄົວ, ຂື້ນສຳມະໂນຄົວໃໝ່ ມີ 4 ຄອບຄົວ .ການຈັດເກັບລາຍຮັບ ຕົວເລກແຜນ 7,763.43 ລ້ານກີບ, ປະຕິບັດເດືອນ 10 ໄດ້ 741.18 ລ້ານກີບ, ລວມປະຕິບັດ 10 ເດືອນໄດ້ 8,345.81 ລ້ານກີບ, ເທົ່າກັບ 107.50 % ຂອງແຜນການປີ.ລາຍຮັບສ່ວຍສາອາກອນ ແຜນ 6,063.43 ລ້ານກີບ, ປະຕິບັດເດືອນ 10 ໄດ້ 667.16 ລ້ານກີບ, ລວມປະຕິບັດ 10 ເດືອນໄດ້ ລ້ານ 7,201.09 ກີບ, ເທົ່າກັບ 121.04 % ຂອງແຜນການປີ. ລາຍຮັບທີ່ດິນ ແຜນ 1,414.00 ລ້ານກີບ, ປະຕິບັດເດືອນ 10 ໄດ້ 44.88 ລ້ານກີບ, ລວມປະຕິບັດ 10 ເດືອນໄດ້ 750.98 ລ້ານກີບ, ເທົ່າກັບ 53.11 % ຂອງແຜນການປີ.ລາຍຮັບຊັບສິນ ແຜນ 400,00 ລ້ານກີບ, ປະຕິບັດເດືອນ 10 ໄດ້ 29.15 ລ້ານກີບ, ລວມປະຕິບັດ 10 ເດືອນໄດ້ 393.75 ລ້ານກີບ, ເທົ່າກັບ  98.44 % ຂອງແຜນການປີ.ການຄຸ້ມຄອງລາຍຈ່າຍ ແຜນ 4,288.42 ລ້ານກີບ, ປະຕິບັດເດືອນ 10 ໄດ້ 169.75 ລ້ານກີບ, ລວມປະຕິບັດ 10 ເດືອນໄດ້ 3.669.01 ລ້ານກີບ, ເທົ່າກັບ 94.07 % ຂອງແຜນການປີ.ວຽກງານກະສິກໍາ ແລະ ສິ່ງແວດລ້ອມ: ການປູກພືດລະດູຝົນທົ່ວເມືອງມີເນື້ອທີ່ທັງໝົດ 29.700 ເຮັກຕາ, ໃນນີ້: ນາປີເນື້ອທີ່ແຜນການ 4.415 ເຮັກຕາ, ເຂົ້າໄຮ່ເນື້ອທີ່ແຜນການ 2.210 ເຮັກຕາ, ການປູກພືດຊະນິດຕ່າງໆເນື້ອທີ່ແຜນການ 21.955 ເຮັກຕາ, ແຜນການໄມ້ໃຫ້ໝາກທັງໝົດ 1.120 ເຮັກຕາ, ໃນນີ້ແຜນປູກໃໝ່ 50 ເຮັກຕາ, ມາຮອດປັດຈຸບັນປະຕິບັດໄດ້ແລ້ວ 34.985,07 ເຮັກຕາ, ເກັບກູ້ໄດ້ 13.226,25 ເຮັກຕາ, ຜົນຜະລິດ 96.122,33 ໂຕນ, ຊຶ່ງລາຍລະອຽດແຕ່ລະພືດມີດັ່ງນີ້: ເຂົ້ານາປີ ເກັບກູ້ໄດ້ 799,27 ເຮັກຕາ, ຜົນຜະລິດ 3.841,85 ໂຕນ; ເຂົ້າໄຮ່ເກັບກູ້ໄດ້ 1.787,34 ເຮັກຕາ, ຜົນຜະລິດ 3.574,68 ໂຕນ; ການປູກພືດຊະນິດຕ່າງໆ ເກັບກູ້ໄດ້ 9.788,56 ເຮັກຕາ, ຜົນຜະລິດ 75.215,46 ໂຕນ, ຊຶ່ງມີພືດທີ່ພົ້ນເດັ່ນຄື: ມັນຕົ້ນ ປະຕິບັດໄດ້ 9.016,02 ເຮັກຕາ; ສາລີແຂງ ປະຕິບັດໄດ້ ເກັບກູ້ໄດ້ 6.286,04 ເຮັກຕາ, ຜົນຜະລິດ 40.859,26 ໂຕນ; ໝາກເດືອຍ ປະຕິບັດໄດ້ 6.016,28 ເຮັກຕາ; ການປູກໄມ້ໃຫ້ໝາກ: ເນື້ອທີ່ແຜນການທັງໝົດ 1.120 ເຮັກຕາ ເກັບກູ້ 851,08 ເຮັກຕາ ຜົນຜະລິດ 7.490,35 ໂຕນ. ຈາກນັ້ນ ທ່ານປະທານກໍ່ໄດ້ມີຄໍາເຫັນເຈາະຈີ້ມ ແລະ ໄດ້ຮັບຟັງການປະກອບຄໍາເຫັນວຽກງານກອງທືນກຳມະບານ, ກອງທືນໄພພິບັດ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ,  ກອງທືນເລືອດ ອົງການກາແດງເມືອງ ແລະ ບັນດາທ່ານຜູ້ເຂົ້າຮ່ວມປະກອບຄໍາຄິດເຫັນ ພ້ອມທັງປືກສາຫາລືແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃຫ້ຖືກຕ້ອງຕາມລະບຽບການ. ຕອນທ້າຍຂອງກອງປະຊຸມ ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກຳມະການປົກຄອງເມືອງ ກໍ່ໄດ້ມີຄໍາເຫັນສັງລວມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມຕື່ມອີກ. ຂ່າວ,ພາບ:ລັດດາວອນ ແກ້ວໄພທູນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa