ກອງປະຊຸມຄົບຄະນະບໍລິຫານງານພັກເມືອງເງິນ ຄັ້ງທີ 13 ສະໄຫມທີ V.
…………………………….
ກອງປະຊຸມຄົບຄະນະບໍໍລິຫານງານພັກເມືອງເງິນ ຄັ້ງທີ 13 ສະໄໜທີ V ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2024 ນີ້ ຢູ່ທີ່ສະໂມສອນ ເມືອງເງິນ ແຂວງ ໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ສະຫາຍ ທະວິສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເມືອງເງິນ, ໂດຍການເຂົ້າຮ່ວມເປັນກຽດ ມີ ສະຫາຍ ອາເມ ຊົງເຍ້ຽເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊຍະບູລີ, ມີຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ດ່ານສາກົນນໍ້າເງິນ ລັດວິສາຫະກິດ, ຕະຫຼອດຮອດເລຂາໜ່ວຍພັກບ້ານ ໃນທົ່ວເມືອງ ເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮັບຟັງລາຍງານການຕີລາຄາ ນໍາພາ-ຊີ້ນໍາວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ ປີ 2024 ຂອງຄະນະບໍລິຫານງານພັກເມືອງ, ຮັບຟັງການລາຍງານ ກ່ຽວກັບຍົກສູງການນໍາພາ ສຶກສາອົບຮົມວຽກງານການເມືອງແນວຄິດ ແລະ ແກ້ໄຂບັນຫາຫຍໍ້ທໍ່ໃນກໍລະນີຕ່າງໆ ຂອງສະມາຊິກພັກ, ຮັບຟັງການລາຍງານ ກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ່ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ ອຸປະຕິເຫດຕາມທ້ອງຖະໜົນ ອາລະວາດຕີກັນ ຕິດພັນກັບການຕິດຕາມຄຸ້ຄອງສະຖານທີ່ບັນເທິງ, ຮ້ານອາຫານ, ໂຮມແຮມ-ບ້ານພັກ ຫຼື ຕາມຈຸດຫຼໍ່ແຫຼມຕ່າງໆ ແລະ ອື່ນໆ ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2024 ແລະ ການຈັດເກັບລາຍຮັບດ້ວຍລະບົບທັນສະໄໜ, ຮັບຟັງການລາຍງານ ກ່ຽວກັບການຄຸ້ມຄອງດິນ 8 ປະເພດ ແລະ ອອກໃບຕາດິນໃນທົ່ວເມືອງ, ຮັບຟັງການລາຍງານ ກ່ຽວກັບການຜະລິດ ເພື່ອທົດແນການນໍເຂົ້າ, ການຄຸ້ມຄອງປ່າໄມ້ ປ່າແຫຼ່ງນໍ້າ ແລະ ຄຸ້ມຄອງການບຸກເບີກໄຖດິນກະສິກໍາ ແລະ ກະກຽມຮັບມືການຕ້ານແລ້ງ ຕ້ານຖ້ວມ, ຮັບຟັງການລາຍງານ ກ່ຽວກັບການປັບປຸງຄຸນະພາບ ການສືກສາ ແລະ ການແກ້ໄຂບັນຫາການປະລະຂອງນັກຮຽນ ແລະ ການປະລະຂອງຄູ-ອາຈານ ຜົນການສອບເສັງປະຈໍາປີ ແຕ່ລະຂັ້ນ, ແຕ່ລະຊັ້ນ ປ1-ປ5, ມ1-ມ7, ການກະກຽມເປີດສົກຮຽນໃໜ່
ໃນວາລະດໍາເນີນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ໂດຍຍົກໃຫ້ເຫັນດ້ານອ່ອນ ຂໍ້ຄົງຄ້າງ ໃນໄລຍະ 6 ເດືອນຕົ້ນ ປີ ເພື່ອສືບຕໍ່ແກ້ ວຽກງານການນໍາພາ-ຊີ້ນໍາວຽກງານຮອບດ້ານ ໃນ 6 ເດືອນທ້າຍປີ 2024.
ກອງປະຊຸມ ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ອາເມ ຊົງເຍ້ຽເລັ່ງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊຍະບູລີ ແລະ ຈະໄດ້ດຳເນີນໄປເປັນເວລາ 1 ວັນເຄິ່ງຈຶ່ງຈະສຳເລັດ.
………………..
ໂດຍ: ສິດທິພອນ ທີແກ້ວ
#News.XBL