ກອງປະຊຸມຄົບຄະນະບໍລິຫານງານພັກເມືອງເງິນ ຄັ້ງທີ 2 ສະໄໝທີ VI.

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງເງິນ ຄັ້ງທີ 2 ສະໄໝທີ VI.
……………..
ວັນທີ 21 ພຶດສະພາ 2025 ນີ້ຢູ່ທີ່ສະໂມສອນເມືອງເງິນ ແຂວງ ໄຊຍະບູລີ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງ-ເມືອງເງິນ ຄັ້ງທີ 2 ສະໄໜ VI ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງສະຫາຍ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການເຂົ້າຮ່ວມເປັນກຽດ ຂອງສະຫາຍ ອາເມ ຊົງເຍ້ຽເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ບັນດາສະຫາຍ ຮອງເລຂາ, ຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານ, ອົງການ, ກົມກອງ, ໂຮງຮຽນ, ໂຮງໝໍ, ດ່ານສາກົນນໍ້າເງິນ, ລັດວິສາຫະກິດ, ທະນາຄານ ແລະ ເລຂາ ໜ່ວຍພັກບ້ານໃນເທດສະບານເມືອງ ເຂົ້າຮ່ວມ.
ກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮັບຟັງລາຍງານ ການຜ່ານບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງເມືອງປະຈໍາ 3 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ, ຜ່ານຮ່າງມະຕິວ່າດ້ວຍພາລະບົດບາດ, ສິດ-ໜ້າທີ່ ແລະ ລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VI, ຜ່ານຮ່າງໂຄງການດໍາເນີນງານຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VI ແຕ່ປີ 2025 -2029; ໂຄງການດໍາເນີນງານ ປະຈໍາປີ 2025; ຜ່ານຮ່າງ ໂຄງການຈຸດສຸມ 5 ປີ (2025-2029) ເພື່ອຜັນຂະຫຍາຍ ມະຕິ VI ຂອງອົງຄະນະພັກເມືອງເງິນ, ຮັບຟັງການປະກອບຄໍາເຫັນ ຈາກບັນດາໜ່ວຍພັກຮາກຖານອ້ອມຂ້າງເມືອງ ແລະ ໜ່ວຍພັກຮາກຖານບ້ານ,ຜ່ານມະຕິວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກເມືອງເງິນ, ຜູ້ແທນສົມບູນ-ສໍາຮອງ, ຄະນະປະຈໍາພັກເມືອງ, ເລຂາ-ຮອງເລຂາ, ປະທານ-ຮອງປະທານກວດກາພັກເມືອງເງິນ ແຂວໄຊຍະບູລີ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄຊຍະບູລີ ແລະ ມອບ-ຮັບຫຼຽນ 70 ປີ.
ກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຢ່າງສ້າງສັນ ແລະ ສອດຄ່ອງກັບສະ
ພາບຄວາມເປັນຈິງ ຂອງການນໍາພາ-ຊີ້ນໍາວຽກງານໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ ແລະ ຈະໄດ້ຮັບຟັງການມີຄໍາເຫັນໂອ້ລົມ ຂອງສະຫາຍ ອາເມ ຊົງເຍ້ຽເລັງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາເມືອງເງິນຕື່ມອີກ.
…………………
ຂ່າວ : ຄອຂ.ຊຍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa