ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ທົ່ງມີໄຊ ຄັ້ງທີ 3 ສະໄໝທີ V.

   

ວັນທີ 21 ຕຸລາ  2025 ນີ້ຢູ່ທີ່ສະໂມສອນເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງທົ່ງມີໄຊ  ຄັ້ງທີ 3 ສະໄໜ V ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ໄຊຍະລາດ ເລຂາຄະນະບໍລິຫານງານພັກເມືອງທົ່ງມີໄຊ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານ, ອົງການ, ກົມກອງ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ແລະ ເລຂາ ໜ່ວຍພັກບ້ານພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ເລຂາຄະນະບໍລິຫານງານພັກເມືອງ ໄດ້ເປັນກຽດຂື້ນກ່າວເປີດກອງປະຊຸມ ຢ່າງເປັນທາງການ, ນອກຈາກນີ້ກອງປະຊຸມຈະໄດ້ຮັບຟັງ ການລາຍງານ ແລະ ປະກອບຄໍາຄິດ, ຄໍາເຫັນ ດັ່ງນີ້: ຮັບຟັງບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງ ໃນໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2025 ແລະ ຈະໄດ້ພ້ອມກັນເສີມຂະຫຍາຍຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການ ຄົ້ນຄວ້າ ປະກອບຄໍາຄິດ, ຄໍາເຫັນ ໃສ່ເນື້ອໃນຕ່າງໆ ຂອງກອງປະຊຸມ, ປຶກສາຫາລື ແລະ ການແລກປ່ຽນ ຄວາມເຫັນ ຢ່າງກົງໄປ-ກົງມາ ຖືກກັບຄວາມເປັນຈິງ, ຊອກໃຫ້ເຫັນດ້ານດີ, ຈຸດອ່ອນ ແລະ ສາເຫດຕົ້ນຕໍເພື່ອຄວາມເປັນເອກະພາບ ໃນດ້ານ ທັດສະນະແນວຄິດ ແລະ ສ້າງຄວາມຕັດສິນໃຈ, ເພີ່ມຄວາມຮັບຜິດ

ຊອບ ໃນການເຮັດວຽກໃຫ້ແທດເຖິງຕົວຈິງ, ເຮັດໃຫ້ຂະບວນການດ້ານຕ່າງໆ ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ບັນລຸຄາດໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງວາງອອກ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

……………….

ຂ່າວ – ພາບ: ຄ ອ ມ ທົ່ງມີໄຊ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa