ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄອບ ຄັ້ງທີ 3 ( ສະໄໝທີ VI )

ໃນຕອນເຊົ້າວັນທີ 19 ພະຈິກ 2025 ນີ້ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົບຄະນະ ຄັ້ງທີ 3 ( ສະໄໝທີ VI ) ຂອງຄະນະບໍລິຫານງານພັກເມືອງ ຢູ່ທີ່ສະໂມສອນຂອງເມືອງ. ໂດຍໃຫ້ກຽດການເປັນປະທານຂອງສະຫາຍ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ສໍານັກງານ-ອົງການ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍເລຂາພັກບ້ານ 28 ບ້ານໃນທົ່ວເມືອງເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ສົມນຶກ ສິງຄໍາ ເລຂາພັກເມືອງ ກໍໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ກໍໄດ້ຂື້ນຜ່ານຮ່າງບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2025 ເຊິ່ງສະຫາຍໃຫ້ຮູ້ວ່າ: ໂດຍລວມເສດຖະກິດມະຫາພາກຂອງເມືອງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັດຕາແລກປ່ຽນເງິນກີບກັບເງິນຕາຕ່າງປະເທດບໍ່ມີການເໜັງຕີງແຮງ, ສາມາດຊຸກຍູ້ການປູກເຂົ້ານາປີໄດ້ທັງໝົດ 2243,43 ເຮັກຕາ ທຽບໃສ່ແຜນປີ ປະຕິບັດໄດ້ 97,2%. ປັດຈຸບັນພວມຊຸກຍູ້ປະຊາຊົນສຸມໃສ່ການເກັບກູ້ພືດລະດູຝົນ ອັນທີ່ພົ້ນເດັ່ນ ແມ່ນການປູກຢາງພາໄດ້ທັງໝົດ 4.056,38 ເຮັກຕາ ເນື້ອທີ່ຜົນຜະລິດເທົ່າກັບ 959 ໂຕນ; ເກັບກໍາຜົນເສຍຫາຍຈາກໄພນໍ້າຖ້ວມ 2 ຄັ້ງມີທັງໝົດ 20 ບ້ານ ເນື້ອທີ່ທໍາການຜະລິດຖືກເສຍຫາຍ 329,63 ເຮັກຕາ 987 ຄອບຄົວ; ຕິດຕາມການກໍ່ສ້າງທາງ 3634 ແຕ່ບ້ານມ່ວງດອນມູນ-ຫ້ວຍເງິນ ປະຕິບັດໄດ້ 73%, ສ້າງທາງ 3635 ແຕ່ບ້ານມ່ວງດອນມູນ-ປ່າຊາງ ປະຕິບັດໄດ້ 20,1%, ຟື້ນຟູເສັ້ນທາງ 3794 ແຕ່ບ້ານດອນຕັນຫາບ້ານນໍ້າໂຕ່ມ, ຂົວເບເລຂ້າມນໍ້າຄອບຈຸດອານຸສາວະລີນັກຮົບນິລະນາມ, ສໍາເລັດການກໍ່ສ້າງກໍາແພງອອ້ມສ້ອມແປງສະໂມສອນຂອງເມືອງ, ກໍ່ສ້າງຜາມໄຊກາງແຈ້ງຢູ່ເດີນກິລາເມືອງ; ໃນໄລຍະ 9 ເດືອນຜ່ານມາສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 2,79 ຕື້ກີບ ເທົ່າກັບ 95,88% ຂອງແຜນການປີ ຄຸ້ມຄອງລາຍຈ່າຍໄດ້ 78,31%. ພ້ອມດຽວກັນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັງຟັງບົດລາຍງານກ່ຽວກັບການບົວລະບັດຮັກສາພືດລະດູຝົນ, ການກະກຽມແຜນການຜະລິດລະດູແລ້ງ ຕິດພັນການແກ້ໄຂບັນຫາການບຸກລຸກປ່າເພື່ອທໍາການຜະລິດຂອງປະຊາຊົນ, ການນໍາພາຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານຕິດພັນກັບການຄຸ້ມຄອງລາຍຈ່າຍ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2025, ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດພາຍໃນເມືອງ ຕິດພັນກັບການຄຸ້ມຄອງການເກັບຊື້ຢາງພາລາພາຍໃນເມືອງ, ການຄຸ້ມຄອງການປຸກສ້າງ, ການຄຸ້ມຄອງລົດບັນທຸກພາຍໃນເມືອງ, ການປະຕິບັດ 16 ຄາດໝາຍ 20 ຕົວຊີ້ບອກໃນຂົງເຂດສຶກສາ, ການພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການຄຸ້ມຄອງເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ, ການຄຸ້ມຄອງແຮງງານພາຍໃນເມືອງ ຕິດພັນກັບການຊຸກຍູ້ສົ່ງເສີມການພັດທະນາສີມືແຮງງານ, ການແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນເມືອງ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2025, ການລາຍງານສະພາບຂອງປະຊາຊົນຢູ່ບ້ານລຽບຊາຍແດນລະຫວ່າງຊາດ ແລະ ການລາຍງານວຽກງານຮອບດ້ານຂອງບ້ານ ແລະ ທິດທາງໃນຕໍ່ໜ້າ.

ໂອກາດດຽວກັນ ແຕ່ລະສະຫາຍກໍໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດ-ຄໍາເຫັນຕໍ່ກັບບາງໜ້າວຽກງານທີ່ຍັງຄົງຄ້າງ ຕ້ອງໄດ້ຮັບການປັບປຸງແກ້ໄຂ ໂດຍແນ່ໃສ່ເຮັດໃຫ້ເສດຖະກິດ-ສັງຄົມຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂື້ນໄປເທື່ອລະກ້າວ.

ກອງປະຊຸມດັ່ງກ່າວແມ່ນຈະໄດ້ດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.

———-

ພາບ-ຂ່າວໂດຍ: ພົມມະນີ ອິນສະຫວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa