

ໃນຕອນເຊົ້າວັນທີ 28 ມັງກອນ 2026 ນີ້ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົບຄະນະ ຄັ້ງທີ 4 ( ສະໄໝທີ VI ) ຂອງຄະນະບໍລິຫານງານພັກເມືອງ ຢູ່ທີ່ສະໂມສອນຂອງເມືອງ.
ໂດຍການເປັນປະທານຂອງສະຫາຍ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ສໍານັກງານ-ອົງການ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍເລຂາພັກບ້ານ 28 ບ້ານໃນທົ່ວເມືອງເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ສົມນຶກ ສິງຄໍາ ເລຂາພັກເມືອງ ກໍໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ໄລ ອິນທິບ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ກໍໄດ້ຂື້ນຜ່ານຮ່າງບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ເຊິ່ງສະຫາຍໃຫ້ຮູ້ວ່າ: ໂດຍລວມເສດຖະກິດມະຫາພາກຂອງເມືອງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ 6,5% ຕໍ່ປີ, ລວມຍອດລາຍຮັບຕໍ່ຫົວຄົນໄດ້ 26,80 ລ້ານກີບຕໍ່ປີ, ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 3,22 ຕື້ກີບ ເທົ່າກັບ 110,67% ຂອງແຜນການປີ ປະຕິບັດລາຍລາຍຈ່າຍໄດ້ 3,83 ຕື້ກີບ ເທົ່າກັບ 94,3% ຂອງແຜນການປີ. ອັນທີ່ພົ້ນເດັ່ນ ໃນປີ 2025 ປູກຢາງພາໄດ້ທັງໝົດ 1.110,97 ເຮັກຕາ ເຮັດໃຫ້ປັດຈຸບັນມີເນື້ອທີ່ສວນຢາງພາລາທັງໝົດ 4.056,38 ເຮັກຕາ, ເນື້ອທີ່ຜົນຜະລິດ759,05 ເຮັກຕາ, ພ້ອມດຽວກັນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັງຟັງບົດລາຍງານກ່ຽວກັບການນໍາພາວຽກງານປັບປຸງກໍ່ສ້າງພັກ-ພະນັກງານໃນ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2026, ການນໍາພາຈັດຕັ້ງປະຕິບັດວຽກງານກວດກາພັກຕິດພັນກັບການສະກັດກັ້ນ ແລະ ແກ້ໄຂບັນຫາການສໍ້ລາດບັງຫລວງພາຍໃນເມືອງ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026, ການນໍາພາຈັດຕັ້ງປະຕິບັດແຜນປູກພືດລະດູແລ້ງ ຕິດພັນກັບມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາໄຟໄຫມ້ລາມປ່າ, ການນໍາພາຄຸ້ມຄອງການລົງທຶນ ແລະ ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານ ຕິດພັນກັບການຄຸ້ມຄອງລາຍຈ່າຍ ປີ 2025 ແລະ ທິດທາງແຜນການ ປີ 2026, ການຄຸ້ມຄອງລາຄາສິນຄ້າກະສິກໍາ ແລະ ການປະຕິບັດມາດຕະການແກ້ໄຂການລັກລອບນໍາເຂົ້າ-ສົ່ງອອກສິນຄ້າກະສິກໍາທີ່ບໍ່ຖືກຕ້ອງ, ການປະຕິບັດມາດຕະການແກ້ໄຂບັນຫາຂາດແຄນຄູສອນຕິດພັນກັບການແກ້ໄຂອັດຕາປະລະການຮຽນແຕ່ລະຊັ້ນຮຽນ, ການຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດຕາມລະດູການຕິດພັນກັບການຊຸກຍູ້ສົ່ງເສີມສຸຂະອານາໄມໃຫ້ແກ່ປະຊາຊົນ, ການຄຸ້ມຄອງແຮງງານພາຍໃນເມືອງ ຕິດພັນກັບການລະດົມເງິນແຮສຸກເສີນຂັ້ນເມືອງ, ການແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນເມືອງ ປີ 2025 ແລະ ທິດທາງແຜນການ ປີ 2026 ຕິດພັນກັບການປ້ອງກັນໃນຊ່ວງກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ, ການລະດົມພົນເຂົ້າເປັນທະຫານພັນທະ ແລະ ວຽກງານກອງຫລອນບ້ານ, ການເຕົ້າໂຮມຄວາມສາມັກຄີຕິດພັນການຄຸ້ມຄອງວຽກງານສາສະໜາ ແລະ ການປະຕິບັດວຽກງານ 3 ດີຂອງສະຫະພັນແມ່ຍິງຕິດພັນການການປະຕິບັດສິດສະເໝີພາບຍິງຊາຍ.
ໂອກາດດຽວກັນ ແຕ່ລະສະຫາຍກໍໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດ-ຄໍາເຫັນຕໍ່ກັບບາງໜ້າວຽກງານທີ່ຍັງຄົງຄ້າງ ຕ້ອງໄດ້ຮັບການປັບປຸງແກ້ໄຂ ໂດຍແນ່ໃສ່ເຮັດໃຫ້ເສດຖະກິດ-ສັງຄົມຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂື້ນໄປເທື່ອລະກ້າວ.
ກອງປະຊຸມດັ່ງກ່າວແມ່ນຈະໄດ້ດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.
———-
ພາບ-ຂ່າວໂດຍ: ພົມມະນີ ອິນສະຫວັນ