

ກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ສິງຫາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມ ເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນຫຼາຍ ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ທີ່ຈະໄຂຂື້ນໃນມໍ່ໆນີ້ ຄະນະບໍລິຫານງານພັກແຂວງພວກເຮົາ ຈື່ງໄດ້ໄຂກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII ຂື້ນຢ່າງເປັນທາງການ ແລະ ຮີບດ່ວນ ເພື່ອເປັນການຄົ້ນຄວ້າປຶກສາຫາລື, ຕົກລົງເຫັນດີ ເປັນເອກະພາບ ຕໍ່ແຜນການທີ່ຈະລົງທາບທາມບຸກຄະລາກອນ, ເປົ້າໝາຍ ຜູ້ທີ່ຈະເຂົ້າທາບທາມ ເປັນຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຮອບທີ 1, ຜູ້ທີ່ຈະສືບຕໍ່ສະໝັກ, ຜູ້ຈະອອກພັກຜ່ອນຮັບອຸດໜູນບຳນານ ແລະ ຄົ້ນຄວ້າກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ຂັ້ນເມືອງ ແລະ ການສ້າງຕັ້ງຕາແສງ ໃນການກໍານົດ ຈຳນວນ, ຊື່ ຂອງຕາແສງ ແລະ ເປົ້າໝາຍປະທານຕາແສງ ເພື່ອໃຫ້ເປັນເອກະພາບກັນ ໃນກອງປະຊຸມໃນຄັ້ງນີ້; ຈາກນັ້ນ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄດ້ຂື້ນລາຍງານກ່ຽວກັບແຜນການລົງທາບທາມບຸກຄະລາກອນ, ເປົ້າໝາຍ ຜູ້ທີ່ຈະເຂົ້າທາບທາມ ເປັນຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII ຮອບທີ 1, ຜູ້ທີ່ຈະສືບຕໍ່ສະໝັກ, ຜູ້ຈະອອກພັກຜ່ອນຮັບອຸດໜູນບຳນານ ແລະ ຜ່ານມະຕິວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງທາບທາມໃນແຕ່ລະຈຸດ; ພ້ອມນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາຕໍ່ກອງປະຊຸມ ເພື່ອເປັນການຢັ້ງຢືນເຫັນດີ ເປັນເອກະພາບ ຕໍ່ເນື້ອໃນຈິດໃຈ ແລະ ບັນຫາສໍາຄັນຕ່າງໆຂອງກອງປະຊຸມ.
ຂ່າວ: ມະໄລວັນ