ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2025 ນີ້ ຢູ່ຫ້ອງປະຊຸມໃຫ່ຍໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງການຮຽນ-ການສອນ ເປັນກຽດເຂົ້າຮ່ວມ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ,ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານພັກ,ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີພະນັກງານ,ຄູ- ອາຈານ ແລະ ນັກສືກສາຈາກໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກເໜືອເຂົ້າຮ່ວມ
ທ່ານ ປອ ສີສອນພັນ ບຸນສີ ຫົວໜ້າໂຮງຮຽນການເມືອງການປົກຄອງຂື້ນຜ່ານບົດສະຫຼຸບໂດຍປະຕິບັດຕາມການເມືອງການປົກຄອງແຂວງໄຊຍະບູລີ ໂຄງການຫຼັກສູດຂອງໂຮງຮຽນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ,ປະຈຸບັນມີພະນັກງານລັດຖະກອນທັງໝົດ 25 ທ່ານ,ຍິງ 9 ທ່ານ ມີຄະນະໂຮງຮຽນທັງໝົດ 5 ທ່ານ,ຍິງ 1 ທ່ານ,ໃນນີ້ຄູສອນປະຈຳ 16 ທ່ານ,ຍິງ 5 ທ່ານ; ລະດັບວິຊາສະເພາະປະລິນຍາເອກ 2 ທ່ານ,ຍິງ 1 ທ່ານ, ປະລີນຍາໂທ 9 ທ່ານ, ຍິ່ງ 1 ທ່ານ, ປະລີນຍາຕີ 12 ທ່ານ,ຍິງ 6 ທ່ານ,ຊັ້ນສູງ 2 ທ່ານ,ຍິງ 1 ທ່ານ;ລະດັບທິດສະດີການເມືອງ ຊັ້ນສູງ 14 ທ່ານ ຍິງ 3 ທ່ານ,ຊັ້ນກາງ 4 ທ່ານ,ຍິງ 2 ທ່ານ,ຂັ້ນຕົ້ນ 1 ທ່ານ; ປະກອບມີ 4 ຂະແໜງການ ຄົ້ນຄົ້ວ ແລະຈັດວາງອາຈານສອນປະຈຳຮັບຜິດຊອບຕາມສາຍວິຊາຮຽນຕ່າງໆໄດ້ທັງໝົດ 3 ຊຸດຮຽນ ໃນນັ້ນລະບົບຂັ້ນຕົ້ນຈຳນວນ 2 ຊຸດຮຽນມີອາຈານສອນ 15 ທ່ານ,ໃນ 11 ວິຊາ ການຈັດຕັັ້ງປະຕິບັດໜ້າທີ່ຕາມຮັບຜິດຊອບຂອງຄູອາຈານໃນ 1 ປີຜ່ານມາສ່ວນໃຫຍ່ພວກເຮົາໄດ້ຖືຄູພາຍໃນເປັນຕົ້ນຕໍ ແລະ ການນຳໃຊ້ອາຈານຮັບເຊີນບາງຫົວຂໍ້ຂອງບາງວິຊາ ມີ 5 ວິຊາ, 5 ບົດ ລວມມີ 5 ທ່ານ ແລະ ຫົວຂໍ້ລາຍງານລວມມີ 13 ຫົວຂໍ້ຈາກນັ້ນຜູ້ເຂົ້າຮ່ວມ 6 ແຂວງໄດ້ຂື້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນໂດຍຫຍໍ້ຂອງຕົນຕອນທ້າຍປະທານກອງປະຊຸມມີຄຳຖາມເຈາະຈີ້ມແລະແລກປ່ຽນບົດຮຽນຕື່ມອີກ.
………………………
ຂ່າວ:ບຸນລັ່ນ