

ໃນຕອນເຊົ້າ ວັນທີ 25 ພະຈິກ 2025 ຢູ່ທີ່ສະໂມສອນຂອງເມືອງ ທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມຮ່າງຂໍຕົກລົງຂອງປະທານຄະນະກຳມະການປົກຄອງແຂວງວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ ຂື້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບົວສອນ ອິນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັັດຕັ້ງເມືອງ, ທ່ານ ສາຍເພັດ ຈັນທະລັງສີ ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍທີມງານຂັ້ນແຂວງ, ມີບັນດາຄະນະປະຈຳ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພະນັກງານວິຊາການ, ອົງການປົກຄອງບ້ານ ຕະຫຼອຮອດພວກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ບົວສອນ ອິນທະວົງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ກ່າວເປີດ ເຊິ່ງທ່ານໄດ້ໃຫ້ຮູວ່າ: ເມືອງທົ່ງມີໄຊ ເປັນເມືອງໜຶ່ງ ທີ່ມີປະຊາກອນຊ້າງຫຼາຍກວ່າໝູ່ໃນແຂວງໄຊຍະບູລີ ແລະ ປະຊາຊົນ ນຳໃຊ້ຊ້າງຕິດພັນກັບການດຳລົງຊີວິດ ເນື່ອງຈາກວ່າ ຊ້າງເປັນສັດໂຕໃຫຍ່, ມີຄວາມສະຫຼາດ ແລະ ມີກຳລັງແຮງ, ປະຊາຊົນໃນເມື່ອກ່ອນຈິ່ງນໍາຊ້າງເປັນພາຫະນະທີ່ສໍາຄັນ ເຂົ້າໃນການຂົນສົ່ງສິນຄ້າ, ການລຳລຽງເຂົ້າ, ປາ, ອາຫານ, ນຳໃຊ້ເຂົ້າໃນການລາກແກ່, ມີສ່ວນສຳຄັນໃນການເຮັດສົງຄາມ ເພື່ອປົກປ້ອງບ້ານເມືອງ. ແຕ່ລະປີເມືອງ ທົ່ງມີໄຊໄດ້ນຳເອົາຊ້າງເຂົ້າຮ່ວມງານມະຫະກຳບຸນຊ້າງໃນທຸກໆປີ ນັບແຕ່ປີ 2007 ເປັນຕົ້ນມາ
ສະນັ້ນ ເພື່ອເຮັດໃຫ້ການອະນຸລັກຊ້າງ ແລະ ນໍາໃຊ້ຊ້າງບ້ານໃຫ້ມີຄວາມຍືນຍົງຢູ່ກັບເມືອງ ທົ່ງມີໄຊ ຂອງພວກເຮົາ ທ່ານຍັງໄດ້ຮຽກຮ້ອງທຸກທ່ານທີ່ເຂົ້າຮ່ວມກອງປະຊຸມຈົ່ງໄດ້ເຊີດຊູຄວາມຮັບຜິດຊອບສູງສຸມແນວຄວາມຄິດສະຕິປັນຍາ ປະກອບຄຳຄິດຄຳເຫັນເຂົ້າໃສ່ໃນການທາບທາມ, ປັບປຸງເນື້ອໃນ ຂໍ້ຕົກລົງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຕາມລະດັບຄາດໝາຍທີ່ວາງໄວ້.
ຈາກນັ້ນ ທ່ານ ວິລະວົງ ເກດຕະວົງສາ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ສິ່ງແວວລ້ອມແຂວງໄຊຍະບູລີ ໄດ້ຂື້ນຜ່ານ ຮ່າງຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ, ເຊິ່ງປະກອບດ້ວຍ 8 ໝວດ 36 ມາດຕາ ໃນໂອກາດນີ້ ທ່ານປະທານກອງປະຊຸມກໍ່ໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ພ້ອມກັນ ຄົ້ນຄວ້າ ປະກອບຄຳຄິດຄຳເຫັນໃສ່ຮ່າງຂໍຕົກລົງ ດັ່ງກ່າວ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດໃນຕໍ່ໜ້າ; ເຊິ່ງຂໍ້ຕົກລົງ ການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ ນີ້ ໄດ້ສ້າງຂື້ນ ກໍ່ເພື່ອການຄຸ້ມຄອງການລ້ຽງ, ການປົກປັກຮັກສາ, ການປົກປ້ອງ, ການນຳໃຊ້, ການຮັກສາສຸຂະພາບ, ການສຶກສາຄົ້ນຄວ້າ, ການຂະຫຍາຍພັນຊ້າງ ໃນສະພາບການທີ່ຄົນເປັນຜູ້ເບິ່ງແຍງຮັກສາ ເຊິ່ງແຕກຕ່າງຈາກຊ້າງປ່າ ທີ່ດຳລົງຊີວິດໃນທຳມະຊາດຢ່າງອິດສະຫຼະ. ຈຸດປະສົງ ການທາບທາມ ໃນຄັ້ງນີ້ ກໍ່ເພື່ອກຳນົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ອານຸລັກຊ້າງ, ນຳໃຊ້ຊ້າງ, ການສ້າງຕັ້ງສະມາຄົມ, ຄະນະກຳມະການກວດກາຄຸ້ມຄອງ ການສ້າງຕັ້ງກອງທຶນ ແລະ ຂໍ້ຫ້າມ ເພື່ອແນໃສ່ການປົກປັກຮັກສາຊ້າງໃຫ້ມີຄວາມຍືນຍົງ ແລະ ເຂົ້າຮ່ວມງານມະຫາກຳບຸນຊ້າງທີ່ແຂວງໄຊຍະບູລີຈັດຂຶ້ນຕະຫຼອດໄປ; ພ້ອມດຽວກັນນີ້ກອງປະຊຸມກໍ່ຍັງໄດ້ ເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ສະບັບເລກທີ 54/ສພຊ, ລົງວັນທີ 28 ມິຖຸນາ 2024 ແລະ ເຜີຍແຜ່ດຳລັດ ຂອງລັດຖະບານ ວ່າດ້ວຍກະສິກໍາແບບມີສັນຍາ ສະບັບເລກທີ 56/ລບ ລົງວັນທີ 27 ມັງກອນ 2025 ນຳຕື່ມອີກ.
ຂ່າວ – ພາບ: ຄ ອ ມ ທົ່ງມີໄຊ