ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພະແນກສືກສາທິການ ແລະ ກິລາແຂວງ

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພະແນກສືກສາທິການ ແລະ ກິລາແຂວງ.
……………….
ໃນຕອນບ່າຍວັນທີ 28 ກຸມພາ 2025 ນີ້ ຢູ່ທີ່ຫ້ອງປະຊຸມພະແນກສືກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ເປັນກຽດເຂົ້າຮ່ວມຂອງທ່ານ ອາເມ ຊົງເຢ່ຍເລັ່ງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງການ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນພະແນກ ສືກສາທິການ ແລະ ກິລາແຂວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ອີນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສືກສາທິກາ ແລະ ກິລາແຂວງໄຊຍະບູລີ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພະແນກສືກສາທິການ ແລະ ກິລາແຂວງ ເຊິ່ງທ່ານໄດ້ກ່າວວ່າ: ພະແນກສືກສາທິການ ແລະ ກິລາແຂວງໄຊຍະບູລີ ມີພະນັກງານທັງໝົດ 99 ທ່ານ, ຍິງ 53 ທ່ານ ປະກອບມີ 10 ຂະ ແໜງ 3 ສູນ 4 ໂຮງຮຽນຂຶ້ນກັບ, ມີພະນັກງານ-ລັດຖະກອນປະຈໍາການໄດ້ເຂົ້າຮ່ວມການປະເມີນຕົວຈິງມີ 98 ທ່ານ, ຍິງ 53 ທ່ານ, ບໍ່ໄດ້ປະເມີນມີເຫດຜົນ 1 ທ່ານ, ຍິງ 0 ທ່ານ (ໄປຍົກລະດັບວິຊາສະເພາະ). ຜ່ານການຈັດຕັ້ງປະຕິບັດຕາມບາດກ້າວ ແລະ ຂັ້ນຕອນ ຂອງການປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈໍາປີ 2024 ສາມາດຄັດເລືອກພະນັກງານ-ລັດຖະກອນ ລະດັບດີຫລາຍ 21 ທ່ານ ຍິງ 02 ທ່ານ ກວມ 21.2 % , ລະດັບດີ 77 ທ່ານ ຍິງ 51 ທ່ານ ກວມ 77.78 % , ຈາກນັ້ນ ທ່ານ ອາເມ ຊົງເຢ່ຍເລັ່ງ ໄດ້ໃຫ້ກຽດມອບນາມມະຍົດ ຂອງກະຊວງສືກສາທິການ ແລະ ກິລາ ຈຳນວນ 26 ທ່ານ ຍິງ 8 ທ່ານ ແລະ ໃບຍ້ອງຍໍຂອງກະຊວງສືກສາທິການ ແລະ ກິລາໃຫ້ແກ່ພະນັກງານ-ລັດຖະກອນທີ່ມີຜົນງານເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຜ່ານມາ ຈຳນວນ 26 ທ່ານ ຍິງ 12 ທ່ານ; ໃນຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ອາເມ ຊົງເຢ່ຍເລັ່ງ ຕື່ມອີກ.
…………………
ຂ່າວ+ພາບ: ບຸນລັ່ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa