ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ອົງການພັດທະນາ ແລະ ບໍລິຫານຕົວເມືອງ.
………………
ໃນຕອນເຊົ້າວັນທີ 28 ກຸມພາ 2025 ນີ້ ຢູ່ທີ່ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ອົງການພັດທະນາບໍລິ
ຫານຕົວເມືອງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງ ທ່ານ ອາເມ ຊົງເຢ່ຍເລັ່ງ ກຳມະການປະຈຳພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ຫົວໜ້າ, ຫົວໜ້າ, ຮອງຫົວໜ້າຂະແໜງການ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນອົງການດັ່ງກ່າວເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ທອງລັ່ນ ເພື່ອພົມ ຮອງປະທານ ອົງການພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ອົງການພັດທະນາ ແລະ ບໍລິຫານຕົວເມືອງ ເຊິ່ງທ່ານໄດ້ກ່າວວ່າ: ອົງການພັດທະນາ ແລະບໍລິຫານຕົວເມືອງໄຊຍະບູລີ ມີພະນັກງານທັງໝົດ 19 ທ່ານ ຍິງ 06 ທ່ານ ປະກອບມີ 4 ຂະແໜງການທີ່ຂື້ນກັບ , ເຊິ່ງຂັ້ນຕອນໃນການຈັດຕັ້ງປະຕິບັດການປະເມີນໃນປີ 2024 ຕາມ 5 ບາດກ້າວ. ໃນໄລຍະ 1 ປີ ຜ່ານມາ ອົງການພັດທະນາ ແລະ ບໍລິຫານຕົວເມືອງ ສາມາດເຄື່ອນໄຫວວຽກງານຕາມພາລະບົດບາດຕາມຄວາມຮັບຜິດຊອບເຊິ່ງໄດ້ເອົາໃຈໃສ່ຄົ້ນຄ້ວາ ຂຸດຄົ້ນແຫຼ່ງລາຍຮັບ ສາມາດປະຕິບັດລາຍຮັບໄດ້ 1,581 ລ້ານກ່ວາກີບ ໃນນັ້ນຮັບຈາກຄ່າບໍລິ
ການເກັບມ້ຽນຂີ້ເຫຍື້ອ 1,307 ລ້ານ, ຮັບຈາກຄ່າພັນທະດ້ານຄຸ້ມຄອງສີ່ງແວດລ້ອມໃນຕົວເມືອງ ນໍ້າເສຍ 211 ລ້ານກ່ວາກີບ , ຮັບຈາກຄ່າບໍລິການຕິດຕັ້ງປາຍໂຄສະນາ 24 ລ້ານກວ່າກີບ , ຮັບຈາກສີ່ງໂສໂຄກ ຄ່າດູດສ້ວມ 6 ລ້ານກ່ວາກີບ, ຮັບຈາກຄ່າປັບໃໝ່ 1 ລ້ານກີບ ແລະ ຮັບຈາກອື່ນໆ 30 ລ້ານກ່ວາກີບ. ການບໍລິການກຳຈັດຂີ້ເຫຍື້ອໄດ້ 4,204 ຖ້ຽວ ເທົ່າກັບ 9,330 ໂຕນ, ຄຸ້ມຄອງລົດດູດສ້ວມບໍ່ໃຫ້ໄປຖອກຊະຊາຍໃຫ້ນໍາໄປຖີ້ມຢູ່ສະໜາມຂີ້ເຫຍື້ອໄດ້ 756 ຖ້ຽວ ເທົ່າກັບ 2,268 ແມັດກ້ອນ, ອະນາໄມ້ເສັ້ນທາງ ຕັດຫຍ້າ ເຊາະຫຍ້າອອກຈາກເເຄມທາງໃຫ້ມີຄວາມສະອາດງາມຕາ, ຕິດຕາມຊຸກຍູ້ບັນດາບ້ານ, ສຳນັກງານ, ອົງການ, ອະນາໄມປະດັບປະດາໃນວັນສຳຄັນຂອງພັກ,ຂອງຊາດ,ກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ອົງການພັດທະນາ ແລະ ບໍລິຫານຕົວເມືອງປະຈຳປີ 2024 ຊື່ງມີຄວາມໝາຍສຳຄັນຢ່າງຍີ່ງໃນການຄັດເລືອກຜົນງານຂອງພະນັກງານ ລັດຖະກອນ ແລະ ອີງໃສ່ຜົນຂອງການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ຂອງອົງ
ການພັດທະນາ ແລະ ບໍລິຫານຕົວເມືອງປະຈຳປີ 2024 , ການປະເມີນຜົນທັງໜົດ 19 ທ່ານ, ຍີງ 06 ທ່ານ,ໄດ້ເຂົ້າຮ່ວມປະເມີນ 18 ທ່ານ,ຍີງ 05 ທ່ານ, ບໍ່ໄດ້ປະເມີນຜົນ 1 ທ່ານ ( ລັດຖະກອນເຝີກງານ 95% );ຈັດລະດັບພະນັກ
ງານລັດຖະກອນ ທີ່ໄດ້ຮັບການປະເມີນຜົນໃນລະດັບດີຈຳຫຼາຍຈຳນວນ 5 ທ່ານ,ຍີງ 1 ທ່ານ, ກວມເອົາ 27,77% ເພີ້ມຂື້ນຈາກປີຜ່ານມາ 2 ທ່ານ, ລະດັບດັບດີຈຳນວນ 13 ທ່ານ,ຍີງ 04 ທ່ານ; (ກວມເອົາ 61.11 % ) ຂອງຈໍານວນລັດຖະກອນທີ່ເຂົ້າຮ່ວມການປະເມີນຜົນທັງໝົດ ຈາກນັ້ນ ທ່ານ ອາເມ ຊົງເຢ່ຍເລັ່ງ ກໍໄດ້ມອບຫຼຽນທີ່ລະນືກ 65 ປີ ໃຫ້ກັບພະນັກງານຜູ້ທີ່ປະຕີບັດວຽກງານທີ່ພົ້ນເດັນໃນໄລຍະທີ່ຜານມາຕື່ມອີກ.
…………………
ຂ່າວ: ບຸນລັ່ນ.