ກອງປະຊຸມພົບປະລະຫວ່າງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ເຊີ່ນລ່າ ສສ ຫວຽດນາມ.

ໃນຕອນວັນທີ 12 ສິງຫາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມພົບປະລະຫວ່າງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊຍະບູລີ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ເຊີ່ນລ່າ ສສ ຫວຽດນາມ, ທ່ານ ຄຳເພັດ ພົມມະລາດ ກຳມະການພັກແຂວງ ຫົວໜ້າພະແນກ ເຕັກໂນໂລຊີ ແລະການສື່ສານ ແຂວງ ໄຊຍະບູລີ ພ້ອມດ້ວຍຄະນະພະແນກ ໄດ້ຕ້ອນຮັບທ່ານ ຟາມ ກ້ວກ ຈິ່ງ ຫົວໜ້າຄະນະທີມງານ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ເຊີ່ນລ່າ ສສ ຫວຽດນາມ ພ້ອມດ້ວຍຄະນະ

ໃນການພົບປະຄັ້ງນີ້ ທ່ານ ຄຳເພັດ ພົມມະລາດ ກຳມະການພັກແຂວງ ຫົວໜ້າພະແນກ ເຕັກໂນໂລຊີ ແລະການສື່ສານ ແຂວງໄຊຍະບູລີ ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ວ່າ: ພະແນກເຕັກໂນໂລຊີ ແລະ ການສື່ສານ ມີພະນັກງານທັງໝົດ 27 ທ່ານ, ຍິງ 10 ທ່ານ, ມີຄະນະແນກ 04 ທ່ານ, ຍິງ 01 ທ່ານ ມີ 04 ຂະແໜງການ. ໃນໄລຍະ 1 ປີ ຜ່ານມາ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ແມ່ນສືບຕໍ່ຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຂອງແຂວງ ແລະ ວິໄສທັດການພັດທະນາເສດຖະກິດ ດິຈີຕອນແຫ່ງຊາດໃນໄລຍະ 20 ປີ(2021-2040), ຍຸດທະສາດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດໄລຍະ 5 ປີ (2021-2025) ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ມາເປັນແຜນດຳເນີນງານ, ແຜນການ ແລະ ແຜນງານ ໃນການຈັດຕັ້ງປະຕິບັດ, ສົ່ງເສີມການນໍາໃຊ້ເຕັກໂນໂລຊີ, ການສື່ສານ ແລະ ຂໍ້ມູນຂ່າວສານເຂົ້າໃນທຸກຂົງເຂດວຽກງານ, ເປັນກຳລັງແຮງໃນການປະກອບສ່ວນ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງເປັນແຕ່ລະໄລຍະ. ປະຈຸບັນມີສາຂາບໍລິສັດທີ່ໃຫ້ການບໍລິການ ດ້ານໂທລະຄົມມະນາຄົມ ແລະ ອີນເຕີເນັດ ຢູ່ແຂວງໄຊຍະບູລີ ມີ 3 ສາຂາບໍລິສັດ ຄື: ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ, ບໍລິສັດອີທີແອລ ຈຳກັດ ແລະ ບໍລິສັດສະຕາໂທລະຄົມ ບັນດາບໍລິສັດໄດ້ຂະຫຍາຍ ສາຍກາບໄຍແກ້ວ (Optic Fiber)ມາຮອດປະຈຸບັນໄດ້ທັງໝົດ 4,446 ກິໂລແມັດ, ມີສາຍສົ່ງອີນເຕີເນັດຄວາມໄວສູງ ແຫ່ງຊາດ ເຊື່ອມຈອດກັບບັນດາແຂວງ ມີຄວາມຍາວທັງໝົດ 520 ກິໂລແມັດ, ມີເສົາຮັບ-ສົ່ງສັນຍານໂທລະສັບ ແລະ ອີນເຕີເນັດ ທັງໝົດ 482 ຕົ້ນ, ມີສະຖານີຮັບ-ສົ່ງສັນຍານໂທລະສັບ ແລະ ອີນເຕີເນັດ ທັງໝົດ 1,091 ສະຖານີ, ມີຜູ້ນໍາໃຊ້ເລກໝາຍໂທລະສັບທັງໝົດ 319,529 ເລກໝາຍ, ໃນທົ່ວແຂວງມີບ້ານໄດ້ຮັບສັນຍານໂທລະສັບມືຖື ທັງໝົດ 425 ບ້ານ ກວມເອົາ 98,84% ຈາກນັ້ນ ໄດ້ແລກປ່ຽນບົດຮຽນເພື່ອເຮັດໃຫ້ສາຍພົວພັນມິດຕະພາບອັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄຊຍະບູລີ ກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ເຊີ່ນລ່າ ໃຫ້ມີຄວາມໝັ້ນຄົງຕະຫຼອດໄປ.

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa