ກອງປະຊຸມສະຫຼຸບຖອດຖອນບົດຮຽນບັ້ນທົດລອງການດໍາເນີນກອງປະຊຸມໃຫຍ່ຄະນະພັກຮາກຖານສຶກສາ ແລະ ກິລາເມືອງ. ………………………..

ກອງປະຊຸມສະຫຼຸບຖອດຖອນບົດຮຽນບັ້ນທົດລອງການດໍາເນີນກອງປະຊຸມໃຫຍ່ຄະນະພັກຮາກຖານສຶກສາ ແລະ ກິລາເມືອງ.
………………………..
ວັນທີ 12 ສິງຫາ 2024 ນີ້. ຢູ່ທີ່ຫ້ອງປະຊຸມເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ບັ້ນທົດລອງການເນີນກອງປະໃຫຍ່ຄະນະພັກຮາກຖານສືກສາທິການ ແລະ ກິລາ ໂດຍການເປັນກຽດ ຂອງສະຫາຍ ອາເມຊົງ ເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິການງານພັກເມືອງ ເຈົ້າເມືອງໆເງິນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີທິມງານຂອງແຂວງ, ເລຂາໜ່ວຍພັກ, ສໍານັກງານ, ຫ້ອງການ ແລະ ກົມກອງ ອ້ອມຂ້າງເມືອງເຂົ້າຮ່ວມ.
ສະຫາຍ ນາງ ສີຈົມ ບຸນມານະທໍາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານ, ໄດ້ຂື້ນຜ່ານບົດສະຫຼຸບການ ວຽກງານການຈັດປະຕິບັດ ບັ້ນທົດລອງການດໍາເນີນກອງປະຊຸມໃຫຍ່ ຄະນະພັກຮາກຖານສືກສາທິການ ແລະ ກິລາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ດ້ານດີ, ບົດຮຽນທີ່ຖອດຖອນໄດ້ ແລະ ດ້ານອອ່ນ ຂໍ້ຄົງຄ້າງ ບັ້ນດໍາເນີນຊີວິດການເມືອງ ປົວແປງພັກ ຄະນະພັກຮາກຖານສືກສາທິການ ແລະ ກິລາ ເຊິ່ງໄດ້ໃຊ້ເວລາທັງໜົດ 6 ວັນ, ນັບທັງຂັ້ນຕອນກະກຽມເອກະສານ, ເນື້ອໃນ, ບາດກ້າວ ແລະ ວິທີການເຮັດ, ນັບທັງການຈັດຕັ້ງເຊື່ອມຊືມເອກະສານການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ຜ່ານຄໍາແນະນໍາຂອງຄະນະປະຈໍາພັກແຂວງ, ຜ່ານແຜນດໍາເນີນງານຂອງຄະນະປະຈໍາພັກແຂວງ ແລະ ຂອງເມືອງ, ຈາກນັ້ນກໍ່ໄດ້ຜ່ານມະຕິຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງພະນັກງານລົງເຮັດທົດລອງການດໍາເນີນກອງປະຊຸມໃຫຍ່ຄະນະພັກ ຮາກຖານສືກສາທິການ ແລະ ກິລາ ຜ່ານການລົງເຮັດຕົວຈິງເຫັນວ່າ ພະນັກງານສະມາຊິກ ແຕ່ລະສະຫາຍ ໄດ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ສະແດງອອກ ວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດເຫັນວ່າໄປຕາມບາດກ້າວທີ່ໄດ້ກໍານົດໄວ້ ແລະ ຖືກຕ້ອງສອດຄອງ.
ກອງປະຊຸມ ກໍ່ໄດ້ຂື້ນມີຄໍາຄິດເຫັນແລກປ່ຽນ ໂດຍໄດ້ຍົກໃຫ້ເຫັນ ດ້ານອອ່ນ ແລະ ຂໍ້ຄົງຄ້າງ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດບບັ້ນດໍາເນີນກອງປະຊຸມໃຫຍ່ໜ່ວຍພັກໃຫ້ມີບັນຍາກາດຟົດຟື້ນ.
ຕອນທ້າຍ ສະຫາຍ ອາເມຊົງ ກໍາມະການປະຈໍາພັກ ຫົວໜ້າຄະນະໂຄສະນາອົບແຂວງ ໄດ້ມີຄໍາເຫັນແລກປ່ຽນ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງພະນັກງານ-ສະມາຊິກພັກ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕາມລະດັບຄາດໜາຍທີ່ວາງໄວ້ ໃຫ້ພ້ອມກັນສືບຕໍ່ເສີມຂະຫຍາຍດ້ານດີ ແລະ ແກ້ໄຂຈຸດອອ່ນຂໍ້ຄົງຄ້າງ ເພື່ອເປັນບົດຮຽນໃນຕໍ່ໜ້າ.

ຂ່າວ-ພາບ: ສິດທິພອນ ທີແກ້ວ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa