
ຕອນເຊົ້າຂອງວັນທີ 16ທັນວາ 2025 ນີ້ທີ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງປາກລາຍແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບປະຈໍາປີ2025 ແລະ ທິດທາງແຜນການ2026 ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ,ຄຸ້ມຄອງອ່າງໂຕ່ງແບບຍືນຍົງ,ການຜະລິດສິນຄ້າຂະໜາດນ້ອຍຂອງໂຄງການຊົນລະກະເສດ.ໂດຍການເຂົ້າຮວ່ມ ຂອງທ່ານ ວານິສາ ສຸນາເຄນ ຮອງປະທານຄະນະກໍາມະການປົກຄອງເມືອງປາກລາຍ,ມີທ່ານ ໄຊຍະສອນທິແກ້ວຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ມີບັນດາຜູ້ປະສານງານໂຄງການຂັ້ນແຂວງ,ຫົວໜ້າ-ຮອງຫົວໜ້າຫ້ອງການ,ຜູ້ປະສານງານຂັ້ນເມືອງ,ພະນັກງານປະຈໍາໂຄງການພ້ອມດວ້ຍຂະແໜງການທີ່ກຽ່ວຂ້ອງເຂົ້າຮວ່ມ.
ໃນກອງປະຊຸມໄດ້ລາຍງານຜົນສໍາເລັດການຈັດຕັ້ງປະຕິບັດໂຄງການຊົນລະກະເສດ ແລະ ການຜະລິດສິນຄ້າຂະໜາດນ້ອຍ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບທຶນສາກົນ ເພື່ອພັດທະນາກະສິກໍາ ແລະ ທຶນສົມທົບຂອງລັດຖະ ບານແຫ່ງ ສປປລາວ ສໍາລັບຢູ່ເມືອງປາກລາຍໄດ້ຈັດຕັ້ງປະຕິບັດຢູ່3ວຽກຈຸດສຸມຄື: ການຊຸກຊູ້ການພັດທະນາດ້ານກະສິກໍາໃຫ້ມີຄວາມເຂັ້ມແຂງ,ການພັດທະນາຕ່ອງໂສ້ມູນຄ່າ ແລະ ການປັບປຸງດ້ານໂພສະນາການໂດຍໄດ້ຈັດຕັ້ງປະຕິບັດຢູ່14ບ້ານຄື:ບ້ານບົວບານ,ປ່າໄລ່,ວັງຍາວ,ຫ້ວຍຄວາຍ,ທ່າມີໄຊ,ສຸວັນນະພູມ,ນາຄານ,ນາຕຸງ,ຫວ້ຍງູ,ວັງທຸ່ມ,ຫວ້ຍໄຮ,ນໍ້າຊົງ,ໂພນງາມ ແລະ ບ້ານນາຄະຍາງ ເຊິ່ງວຽກງານການພັດທະນາກະເສດສຸມແມ່ນໄດ້ສໍາເລັດການປັງປຸງພື້ນຖານໂຄງທັງໝົດ15ໂຄງການ ໃນນີ້ ລະບົບ ຊົນລະປະທານ ຈໍານວນ 12 ແຫ່ງ, ລະບົບນ້ຳໃຕ້ດິນ(ເຈາະບາດານ) 1 ແຫ່ງ, ຊົນລະປະທ່ານແບບທໍ່ສົ່ງ 2 ແຫ່ງ, ສາມາດສະໜອງນໍ້າໃນເນື້ອທີ່ທັງໝົດ 319.35 ເຮັກຕາ,ສ້າງກຸ່ມຜະລິດໄດ້14ກຸ່ມມີສະມາຊິກທັງໝົດ567ຄອບຄົວ,ສໍາລັບວຽກງານການສະໜັບສະໜູນທຸລະກິດກະສິກໍາ ແລະ ການເຂົ້າເຖິງເສັ້ນທາງ ໄດ້ສະໜັບສະໜູນສິ່ງອໍານວຍຄວາມສະດວກດ້ານພື້ນຖານໂຄງລ່າງໃຫ້ແກ່ຫົວໜ່ວຍທຸລະກິດໄດ້ 7 ຫົວໜ່ວຍ,ໄດ້ສະໜັບສະໜູນທຶນເພື່ອປັບປຸງເສັ້ນທາງເຂົ້າສູ່ເຂດການຜະລິດຂອງປະຊາຊົນໄດ້ 3 ເສັ້ນ ມີຄວາມຍາວທັງໝົດ 9.8 ກມ,ການປັບປຸງດ້ານໂພສະນາການໄດ້ເຜີຍແຜ່ນະໂຍບາຍດ້ານໂພສະນາການບ້ານເປົ້າໝາຍທັງໝົດ17ບ້ານ,ຈັດຕັ້ງທັດສະນະແລກປຽ່ນບົດຮຽນລະຫວ່າງເມືອງຕໍ່ເມືອງສໍາລັບກຸ່ມເປົ້າໝາຍໂພສະນາການ ພ້ອມທັງຈັດຝຶກອົບຮົມການປູກ-ການລຽ້ງ ແລະ ຝຶກອົບຮົມດ້ານອື່ນກຽ່ວກັບວຽກງານໂພສະນາການໃຫ້ແກ່ກຸ່ມເປົ້າໝາຍ ໄດ້ສະໜອງທຶນກໍ່ສ້າງ ລະບົບນໍ້າສວນຄົວໃຫ້ແກ່ໂຮງຮຽນໄດ້11ແຫ່ງ, ສໍາເລັດການສະໜັບສະໜູນ ແລະ ມອບໂອນກິດຈະກໍາຄອບຄົວ 1 ລ້ານກີບ ໃຫ້ແກ່ບ້ານສືບຕໍ່ຕິດຕາມ-ຊຸກຍູ້ ຈໍານວນ 17 ບ້ານ,ລວມທັງໝົດ 360 ຄອບຄົວ ໃນກອງປະຊຸມບັນດາຜູ້ເຂົ້າຮວ່ມ ຍັງໄດ້ປະກອບຄຳຄິດເຫັນແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດແຕ່ລະກິດຈະກຳໃນໄລຍະຜ່ານມາ ຢ່າງກົງໄປກົງມາອັນໄດ້ຍົກໃຫ້ເປັນດ້ານດີພື້ນຖານ ແລະ ຂໍ້ຍຸ້ງຍາກໃນການຈັດຕັ້ງປະຕິບັດ ທັງນີ້ກໍເພື່ອເຮັດໃຫ້ການປະຕິບັດແຜນງານກິດຈະກຳຂອງໂຄງການໃຫ້ໄດ້ຕາມຄາດໝາຍ ເຮັດໃຫ້ຊາວກະສິກອນໃນບ້ານເປົ້າໝາຍໄດ້ຮັບຜົນປະໂຫຍດນຳເອົາເຕັກນິກກະສິກຳລົງຊຸກຍູ້ສົ່ງເສີມປະຊາຊົນຜະລິດເປັນສິນຄ້າເພື່ອຫຼຸດພົ້ນຄວາມທຸກຍາກເທືອລະກ້າວ.
ຂ່າວ: ນັກຂ່າວ ເມືອງປາກລາຍ.