

ໃນຕອນບເຊົ້າ ຂອງວັນທີ 15 ທັນວາ 2025 ຢູ່ທີ່ສະໂມສອນຂອງເມືອງ ທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານ ໂຄງການພັດທະນາພື້ນຖານໂຄງລ່າງ, ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ປະຈຳປີ 2025 ແລະ ແຜນການ ປີ 2026 ປະຈຳເມືອງທົ່ງມີໄຊ ແຂວງໄຊຍະບູລີ ໂດຍການເຂົ້າຮວ່ມ ຂອງທ່ານ ສະເຫຼີມ ພົມມະຈັນ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ໄຊຍະສອນ ທີແກ້ວ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ມີບັນດາຜູ້ປະສານງານໂຄງການຂັ້ນແຂວງ, ພະນັກງານປະຈໍາໂຄງການ ພ້ອມດວ້ຍຂະແໜງການທີ່ກຽ່ວຂ້ອງ ຕະຫຼອດຮອດຕາງໜ້າກຸ່ມຜະລິດຂອງໂຄງການຢູ່ແຕ່ລະບ້ານພາຍໃນເມືອງ ເຂົ້າຮວ່ມ.
ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດໂຄງການຊົນລະກະເສດ ແລະ ການຜະລິດສິນຄ້າຂະໜາດນ້ອຍຢູ່ເມືອງທົ່ງມີໄຊ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບທຶນສາກົນ ເພື່ອພັດທະນາກະສິກໍາ ແລະ ທຶນສົມທົບຂອງລັດຖະບານແຫ່ງ ສປປລາວ ສໍາລັບຢູ່ເມືອງທົ່ງມີໄຊ ໄດ້ຈັດຕັ້ງປະຕິບັດຢູ່ 3ວຽກຈຸດສຸມຄື: ການຊຸກຍູ້ການພັດທະນາດ້ານກະສິກໍາໃຫ້ມີຄວາມເຂັ້ມແຂງ, ການພັດທະນາຕ່ອງໂສ້ມູນຄ່າ ແລະ ການປັບປຸງດ້ານໂພສະນາການ ເປົ້າໝາຍຂອງໂຄງການ ແມ່ນປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ແລະ ເຮັດໃຫ້ບັນດາຄົວເຮືອນທີ່ໄດ້ນຳໃຊ້ຜົນໄດ້ຮັບ ຈາກການສະໜັບສະໜູນຂອງໂຄງການ ເພື່ອຄວາມຍືນຍົງ ແລະ ເພື່ອເຮັດໃຫ້ ການພັດທະນາເສດຖະກິດໃນທ້ອງຖິ່ນ ບັນລຸເຖິງຜົນທີ່ໄດ້ຮັບຂອງໂຄງການ ໂດຍການເພີ່ມທະວີ ແລະ ຂັບເຄື່ອນຢ່າງແຂງແຮງໃນຂົງເຂດວຽກງານດ້ານການຜະລິດກະສິກຳຂະໜາດນ້ອຍ, ການເຊື່ອມໂຍງກັບຕະຫຼາດ ແລະ ດ້ານໂພຊະນາການ.
ສໍາລັບເມືອງທົ່ງມີໄຊ, ແຂວງໄຊຍະບູລີ ມີບ້ານເປົ້າໝາຍຂອງໂຄງການທັງໝົດ 13 ບ້ານ ແລະ ໄດຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ມີຜົນສຳເລັດສະແດງອອກ ສໍາເລັດການປັບປຸງກໍ່ສ້າງ ລະບົບຊົນລະປະທານ ແລະ ເຈາະນໍ້າບາດານ ໄດ້ທັງໝົດ 10 ແຫ່ງ ທຽບໃສ່ແຜນການສາມາດປະຕິບັດໄດ້ຕາມແຜນ 100%., ໃນນີ້ມີລະບົບຝາຍນໍ້າລົ້ນ 03 ແຫ່ງ, ອ່າງເກັບນໍ້າ 1 ແຫ່ງ ແລະ ລະບົບນໍ້າບາດານ 7 ແຫ່ງ; ມີເນື້ອທີ່ສະໜອງນໍ້າທັງໝົດ51.8 ເຮັກຕາ, ມີຜູ້ໄດ້ຮັບຜົນປະໂຫຍດທາງກົງ 186 ຄອບຄົວ, ໄດ້ຮັບຜົນປະໂຫຍດທາງອ້ອມ 188 ຄອບຄົວ; ໄດ້ສໍາເລັດການກໍ່ສ້າງສອ້ມແປງຄອງຊົນລະປະທານຂະໜາດນອ້ຍ, ທຽບໃສ່ແຜນການປະຕິບັດໄດ້ 100%; ສໍາເລັດການສ້າງຕັ້ງກຸ່ມຜະລິດທັງໝົດທັງໝົດຈໍານວນ 10 ກຸ່ມທຽບໃສ່ແຜນການແມ່ນປະຕິບັດໄດ້ 100%, ມີສະມາຊິກກຸ່ມ 377 ຄອບຄົວ, ປັບປຸງເສັ້ນທາງເຂົ້າສູ່ເຂດການຜະລິດຂອງປະຊາຊົນທັງໝົດ 3 ເສັ້ນທາງ, ມີຄວາມຍາວທັງໝົດ 9 ກິໂລແມັດ ມູນຄ່າ 1,351 ລ້ານກວ່າກີບ
ຈາກນັ້ນກໍໄດ້ສະເໜີແຜນຈັດຕັ້ງປະຕິບັດໂຄງການປະຈໍາ ປີ 2026 ພ້ອມທັງຄົ້ນຄົ້ວປຶກສາຫາລືປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ສະພາບລວມໃນການຈັດຕັ້ງປະຕິບັດການຄຸ້ມຄອງໂຄງການ ໃນໄລຍະຜ່ານມາເພື່ອເປັນການປັບປຸງ ແກ້ໄຂ ຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
ໃນໂອກາດນີ້ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການມີຄຳເຫັນ ແລະ ໃຫ້ທິດຊີ້ນຳຈາກທ່ານ ສະເຫຼີມ ພົມມະຈັນ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງຕື່ມອີກ.
ໂດຍ: ຄ ອ ມ ທົ່ງມີໄຊ