ໃນຕອນເຊົ້າທີ 11 ກໍລະກົດ 2025 ນີ້ ຢູ່ທີ່ສະໂມສອນໃຫຍ່ ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄດ້ຈັດກອງປະຊຸມສຳມະນາວິທະຍາສາດຫົວຂໍ້ບົດຮຽນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຢູ່ 6 ແຂວງພາກເໜືອເປັນກຽດເຂົ້າຮ່ວມຂອງທ່ານ ຮສ ພູວົງ ອຸ່ນຄຳແສນ,ກຳມະການສູນກາງພັກ,ເລຂາຄະນະບໍລິຫານງາຍພັກ,ຫົວໜ້າສະຖາບັນການເມືອງແລະ ການປົກຄອງແຫ່ງຊາດ, ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ,ມີ ແຂກຖືກເຊີນ,ຄູ-ອາຈານ ແລະ ນັກສືກສາທິດສະດີ ໂຮງຮຽນການເມືອງການປົກຄອງ 6 ແຂວງພາກເໜືອເຂົ້າຮ່ວມ.
ທ່ານ ປອ ສີສອນພັນ ບຸນສີ ໄດ້ໃຫ້ຮູ້ວ່າ: ນັບແຕ່ມີມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການສ້າງເສດຖະກິດເປັນເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຄະນະພັກຄະນະນຳຂອງອົງການປົກຄອງທ້ອງຖີ່ນ 6 ແຂວງພາກເໝືອກໍ່ໄດ້ນຳພາຊີ້ນຳຈັດຕັ້ງເຊື່ອມຊືມຜັນຂະຫຍາຍອອກຄຳສັ່ງ ແລະ ມີການແຕ່ງຕັ້ງຄະນະຮັບຜິດຊອບຂອງແຂວງ,ຂອງເມືອງ ເປັນເຈົ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສົ່ງເສີມການຜະລິດກະສິກຳເປັນສິນຄ້າຢູ່ແຂວງໄຊຍະບູລີເຊີ່ງໄດ້ສຸມໃສ່ປັບປຸງບູລະນະພື້ນຖານໂຄງລ່າງ,ວັດຖຸ,ເຕັກນີກຊອກຕະຫຼາດຈຳໜ່າຍສິນຄ້າປະເທດໄທ ແລະ ສປ ຈີນສົ່ງເສີມການປູກອ້ອຍ ຂອງປະຊາຊົນ ຢູ່ແຂວງຫຼວງນ້ຳທາພາຍໃຕ້ການສົ່ງເສີມຂອງບໍລິສັດເອກະຊົນ ສປ ຈີນ ແມ່ນມີເນື້ອທີ່ປູກແລະຜົນຜະລິດຂື້ນຢ່າງຕໍ່ເນື່ອງການຜະລິດກະສິກຳພືດຜັກ ຢູ່ແຂວງບໍ່ແກ້ວມີບາດກ້າວຂະຫຍາຍຕົວໃນຮູບແບບໃໝ່ ມີການຈັດຕັ້ງເປັນກຸ່ມ ຫຼື ສະຫະກອນການຜະລິດ ລັດ ແລະເອກະຊົນສົ່ງເສີມການຜະລິດສະບຽງອາຫານຕິດພັນກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຢູ່ແຂວງຜົ້ງສາລີ ກໍ່ມີພື້ນຖານທີ່ຮັບປະກັນການບໍລິໂພກຢູ່ພາຍໃນອັນພົ້ນເດັນແມ່ນການປູກພຶດຕະກຸນຖົ່ວແລະພຶດອື່ນໆການສົ່ງເສີມສ້າງເສດຖະກິດເປັນເຈົ້າຕົນເອງດ້ານການປູກຝັງລ້ຽງສັດເປັນສິນຄ້າຢູ່ແຂວງຫຼວງພະບາງ ເປັນຕົ້ນການປູກເຂົ້າແລະສະບຽງອາຫານບາງຊະນິດກໍ່ສາມາດກຸ້ມຕົນເອງໄດ້ບາງຊະນິດຍັງສາມາດສົ່ງອອກຂາຍເປັນສິນຄ້າການປູກພືດລົ້ມລຸກ ຢູ່ແຂວງອຸດົມໄຊກໍ່ມີບາດກ້າວຂະຫຍາຍຕົວເຊິ່ງໄດ້ຈັດສັນເຂດຜະລິດພຶດຜັກສຳລັບການສົ່ງອອກ ໂດຍຄຳນຶງເຖິງຈຸດພິເສດຂອງພື້ນທີ່ ແລະ ຄວາມສາມາດເຂົ້າເຖິງຕະຫຼາດທີ່ໝັ້ນຄົງເປັນຕົ້ນການສົ່ງເສີມການຜະລິດຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຢູ່ບັນດາແຂວງພາກເໜຶອແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດຖະນາເສດຖະກິດ-ສັງຄົມໃຫ້ນັບມື້ມີພື້ນຖານທີໝັ້ນຄົງ ແລະສືບຕໍ່ຂະຫຍາຍຕົວຕາມທິດກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂື້ນເປັນກ້າວໆ.
ຂ່າວ+ພາບ: ບຸນລັ່ນ