ກອງປະຊຸມອົງການປົກຄອງແຂວງໄຊຍະບູລີ ປະຈໍາເດືອນ ພຶດສະພາ 2024.

ກອງປະຊຸມອົງການປົກຄອງແຂວງໄຊຍະບູລີ ປະຈໍາເດືອນ ພຶດສະພາ 2024.
………………………………
ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ເປັນປະທານໃນກອງປະຊຸມອົງການປົກຄອງແຂວງໄຊຍະບູລີ ປະຈໍາເດືອນ ພຶດສະພາ 2024 ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ແບບເຊິ່ງໜ້າ ແລະ ທາງໄກ, ມີບັນດາທ່ານຮອງເຈົ້າແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ, ມີບັນດາເຈົ້າເມືອງ 11 ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼງຂອງແຂວງ, ເມືອງ ເຂົ້າຮ່ວມ.
ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມບາງຕອນໄດ້ກ່າວວ່າ: ໜຶ່ງເດືອນຜ່ານມາ ສະພາບການ ພາຍໃນປະເທດ ກໍຄືແຂວງໄຊຍະບູລີ ພວກເຮົາ ຍັງສືບຕໍ່ພົບຄວາມຫຍຸ້ງຍາກ: ບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນຕາ ແລະ ພວມປະເຊີນກັບບັນຫາໄພເງີນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄານໍ້າມັນເຊື້ອໄຟ, ລາຄາສິນຄ້າ ປັບຕົວຂຶ້ນສູງ, ບວກກັບໄພທໍາມະຊາດ ແລະ ການລະບາດຂອງພະຍາດຕາມລະດູການ, ບັນຫາຫຍໍ້ທໍ້ໃນສັງຄົມ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກ, ລັດຖະບານ ແລະ ດ້ວຍຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ອົງການປົກຄອງຂັ້ນຕ່າງໆ ບວກກັບຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມສະໜັບສະໜູນຂອງປະຊາຊົນບັນດາເຜົ່າ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໄດ້ມີຄວາມພະຍາມຍາມຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຮັດໃຫ້ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະມີຜົນສໍາເລັດທີ່ເປັນພື້ນຖານຈໍານວນໜື່ງ ໃນນັ້ນສິ່ງສໍາຄັນແຂວງເຮົາ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ປອດໄພ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຮັກສາໄດ້ບັນຍາກາດທີ່ດີຢູ່ບໍລິເວນຊາຍແດນ, ບໍ່ມີເຫດການຮ້າຍແຮງໃດໆເກີດຂຶ້ນ, ການຄ້າ-ຂາຍຊາຍແດນ, ການຜະລິດສະບຽງອາຫານ, ຜະລິດສິນຄ້າ ຂອງປະຊາຊົນເຫັນໄດ້ວ່າເປັນຂະບວນການດີ.
ແຕ່ເຖິງວ່າອົງການປົກຄອງແຂວງພວກເຮົາ ໄດ້ມີຄວາມພະຍາຍາມ ເອົາໃຈໃສ່ນໍາພາຍູ້ຂະບວນການດ້ານຕ່າງໆ ມີຜົນສໍາເລັດໃນຫຼາຍດ້ານກໍ່ຕາມ ອີງໃສ່ທ່າແຮງບົ່ມຊ້ອນຢູ່ພາຍໃນ ແລະ ທຽບໃສ່ຄາດໝາຍແຜນການວາງໄວ້ແລ້ວ ເຫັນວ່າຍັງມີຈຸດອ່ອນຄົງຄ້າງ ສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ຍັງບໍ່ທັນໄດ້ຮັບການແກ້ໄຂໃຫ້ມີຄວາມສະຫງົບໄດ້ເຊັ່ນ: ບັນຫາການຄ້າ-ຂາຍຢາເສບຕິດ, ຂີ້ລັກ-ງັດແງະ, ນໍາເຂົ້າພາຫະນະບໍ່ຖືກຕ້ອງ, ອຸບັດຕິເຫດຕາມທ້ອງຖະໜົນ, ບັນຫາໄຟພິບັດທາງທໍາມະຊາດ ລົມພະຍຸພັດ, ໄຟໄໝບ້ານເຮືອນປະຊາຊົນ, ບັນຫາບຸກລຸກປ່າ ແລະ ອື່ນໆ; ການຜະລິດຂອງປະຊາຊົນເຫັນວ່າເປັນຂະບວນການດີ ແຕ່ຄຸນນະພາບຍັງຕໍ່າ, ການດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງເຮັດໄດ້ໜ້ອຍ, ການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ຍັງບໍ່ທັນແຂງແຮງ, ບໍ່ທັນສາມາດເຂົ້າເຖິງແຫຼ່ງທຶນ; ເຂົ້າເຖິງຕະຫຼາດ ແລະຮັບປະກັນຄວາມຍືນຍົງໄດ້; ບັນຫາຖະໜົນຫົນທາງເປ່ເພ ເປັນບວກເປັນຂຸມ ງົບປະມານສ້ອມແປງກໍ່ມີຄວາມຈໍາກັດ ເກີດມີຫາງສຽງຈົ່ມວ່າຈາກສັງຄົມ, ບັນຫາຄ່າຄອງຊີບສູງ, ອັດຕາເງິນເຟີ້, ເງິນກີບອ່ອນຄ່າ, ລາຄານນໍ້າເຊື້ອໄຟ, ລາຄາສິນຄ້າສູງ ຊຶ່ງມັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍ່າຫຼວດ ແລະ ປະຊາຊົນບັນດາເຜົ່າ, ເກີດມີບັນຫາພະນັກງານ-ລັດຖະກອນຈໍານວນໜຶ່ງລາອອກ, ຂໍອູດໜູນບໍາເນັດເທື່ອດຽວ, ລາອອກແບບບໍ່ຂໍຮັບນະໂຍບາຍກໍ່ ບັນດາຄາດໝາຍສູ້ຊົນລະອຽດ ຂອງຂະແໜງການຈໍານວນໜຶ່ງທີ່ພວກເຮົາບໍ່ສາມາດປະຕິບັດບັນລຸຕາມແຜນວາງໄວ້: ການປະຕິບັດຄາດໝາຍສະຫັດສະຫວັດດ້ານການພັດທະນາ ຂົງເຂດສຶກສາ, ສາທາ ຍັງມີຫຼາຍຄາດໝາຍບໍ່ທັນບັນລຸ ແລະ ຄາດວ່າຈະບໍ່ບັນລຸ ແລະຄາດໝາຍທີ່ບັນລຸແລ້ວກໍຍັງມີລັກສະນະບໍ່ຍືນຍົງ ເປັນຕົ້ນອັດຕາການປະລະການຮຽນໃນຊັ້ນຮຽນຕ່າງໆ, ອັດຕາການໄປຮຽນຕໍ່ວິຊາຊີບ, ສະພາບການຂາດຄູສອນຍັງແກ້ໄຂບໍ່ທັນຕົກ. ກອງປະຊຸມພວກເຮົາຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 1 ວັນເຕັມ ແຕ່ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ບໍ່ພຽງແຕ່ເປັນການສະຫຼຸບຕີລາຄາ ໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ໃນເດືອນ ພືດສະພາ ສໍາຄັນແມ່ນເປັນການຕີລາຄາຄວາມຮັບຜິດຊອບຂອງອົງການປົກຄອງຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ລະບຽບກົດໝາຍ, ບັນດາຄາດໝາຍຕ່າງໆ ທີ່ຂັ້ນເທິງ ກໍຄືແຂວງວາງອອກໃນໜຶ່ງເດືອນຜ່ານມາ ມີຜົນສໍາເລັດຄືແນວໃດ ພ້ອມນີ້ຜູ້ແທນກອງປະຊຸມພວກເຮົາຈະໄດ້ເອກະພາບກັນກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານ ກ່ຽວກັບທິດທາງແຜນການປະຈໍາເດືອນ ມິຖຸນາ ປີ 2024, ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືເນື້ອໃນສຳຄັນດັ່ງນີ້: ພວກເຮົາຈະໄດ້ຮັບຟັງການສະຫຼຸບ ຕີລາຄາ ວຽກງານພົ້ນເດັ່ນຂອງອົງການປົກຄອງແຂວງ ເດືອນ ພືດສະພາ ແລະ ທິດທາງວຽກງານຈຸດສຸມ ປະຈໍາເດືອນ ມິຖຸນາ ປີ 2024. ຮັບຟັງການລາຍງານ ເພີ້ມເຕີມ ຈາກກົມກອງ ແລະພະແນກການ 6 ພາກສ່ວນ, ພາກສ່ວນລະ 10 ນາທີ ດັ່ງນີ້: ຮັບຟັງການລາຍງານສະພາບພົ້ນເດັ່ນໂດຍຫຍໍ້ ວຽກງານປ້ອງກັນຊາດ, ລາຍງານສະພາບພົ້ນເດັ່ນໂດຍຫຍໍ້ ວຽກງານປ້ອງກັນຄວາມສະຫງົບ, ລາຍງານການເກັບລາຍຮັບເຂົ້າງົບປະມານ, ລາຍງານການເກັບກູ້ຜົນຜະລິດລະດູແລ້ງ ແລະ ກະກຽມການຜະລິດລະດູຝົນ, ກະກຽມປູກໄມ້, ກ້າເບ້ຍໄມ້ ແລະ ປູກໄມ້ໃນເຂດໜ້າອ່າງໂຕ່ງ, ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຊຸກຍູ້ໂຄງການກໍ່ສ້າງສ້ອມແປງທາງຫຼວງແຫ່ງຊາດ, ທາງຫຼວງຂອງແຂວງ, ໂຄງການທີ່ມີຄວາມຫຼ້າຊ້າ, ລາຍງານການຄວາມຄືບໜ້າການແກ້ໄຂບັນຫາຫຍໍ້ທໍ້ໃນຂົງເຂດສຶກສາ ກ່ຽວກັບການປະລະການຮຽນຂອງນ້ອງນັກຮຽນ ແລະ ການຂາດແຄນຄູສອນ, ການດຳເນີນ ແລະ ການກະກຽມການສອບເສັງເລື່ອນຊັ້ນ, ຈົບຊັ້ນ ພາກຮຽນທີ 2 ໃນທົ່ວແຂວງ. ຈາກນັ້ນ ກອງປະຊຸມຈະໄດ້ປະກອບຄໍາຄິດ-ຄໍາເຫັນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີເນື້ອໃນຄົບຖ້ວນສົມບູນເລິກເຊິ່ງຂຶ້ນຕື່ມ, ສັງລວມໄດ້ບັນຫາພົ້ນເດັ່ນ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອພ້ອມກັນສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີກວ່າເກົ່າ. ຂ້າພະເຈົ້າ ຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ ແນໃສ່ສ້າງປະໂຫຍດສູງສຸດໃຫ້ແກ່ກອງປະຊຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ດໍາເນີນຕາມແຜນ ແລະມີຜົນສໍາເລັດຕາມຈຸດປະສົງຄາດໝາຍວາງໄວ້ຢ່າງຈົບງາມ.
………………………
ຂ່າວ+ພາບ: ບຸນທີ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa