ກອງປະຊຸມເຜີຍແຜ່ເຊື່ອມຊືມນິຕິກຳການສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ ເມືອງໄຊຍະບູລີ

 

ຕອນບ່າຍວັນທີ 24 ມັງກອນ 2026 ຜ່ານມານີ້ ເມືອງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມນິຕິກຳການສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ ຂື້ນ ທີ່ຫ້ອງປະຊຸມບ້ານນາຫຼາ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ອາເມ ຊົງເຢຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ, ມີ ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະກຳມະການປົກຄອງເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ປະທານຕາແສງນາຫຼາ-ທ່າເດືອ, ພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ທ່ານ ອາເມ ຊົງເຢຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ເຊື່ອມຊືມຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 431/ຄຈສພ, ລົງວັນທີ 17 ຕຸລາ 2025 ວ່າດ້ວຍການສ້າງຕັ້ງຕາແສງ, ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 147/ນຍ, ລົງວັນທີ 17 ພະຈິກ 2025 ວ່າດ່ວຍການຮັບຮອງເອົາຈໍານວນຕາແສງໃນທົ່ວປະເທດ, ຜ່ານຂໍ້ຕົກລົງ ຂອງຄະນະກຳມະການປົກຄອງເມືອງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການປົກຄອງຕາແສງນາຫຼາ-ທ່າເດື່ອ ເມືອງໄຊຍະບູລີ. ການລົງເຊື່ອມຊືມໃນຄັ້ງນີ້ແມ່ນໃຫ້ ຄະນະກຳມະການຕາແສງພາຍໃນເມືອງ ແລະ ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີຕາມລະດັບຄາດໝາຍທີ່ວາງໄວ້. ຂ່າວ-ພາບ ລັດດາວອນ ແກ້ວໄພທູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa