ກອງປະຊຸມໂຄສະນາເຜີຍແຜ່ວຽກງານຕ້ານການສໍ້ລາດບັງຫຼວງ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນຂອງພະນັກງານ-ລັດຖະກອນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມຫວັງ ແກ້ວວິໄລສັກ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງໄຊຍະບູລີ, ທ່ານ ເທບພະໄທ ພັນກ້າ ຮັກສາການກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງການກວດກາແຫ່ງລັດ, ມີບັນດາທ່ານກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ,ຮອງຫົວໜ້າພະແນກການ, ກົມກອງ,ອົງການ ພ້ອມດ້ວຍພະນັກ
ງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວາລະກອງປະຊຸມ ທ່ານ ເທບພະໄທ ພັນກ້າ ຮັກສາການກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງການກວດກາແຫ່ງລັດ ໄດ້ກ່າວວ່າ: ການສໍ້ລາດບັງຫຼວງ ແມ່ນພຶດຕິກຳຂອງພະນັກງານ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 11 ຂອງກົດຫມາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ເພື່ອຫາຜົນປະໂຫຍດໃຫ້ຕົນເອງ, ຄອບຄົວ, ຍາດພີ່ນ້ອງ, ໝູ່ຄູ່, ພັກພວກຂອງຕົນ ຊຶ່ງກໍຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ. ທັງນີ້ກໍເພື່ອເຮັດໃຫ້ພະນັກງານໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບດ້ານການສໍ້ລາດບັງຫຼວງ ເພື່ອບໍ່ໃຫ້ຊັບສິນຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ຖືກເສຍຫາຍຈາກການສໍ້ລາດບັງຫຼວງ ແລະ ນຳເອົາຜູ້ກະທໍາຜິດ ມາດໍາເນີນຄະດີ, ປົກປ້ອງຜູ້ບໍລິສຸດ ແນ່ໃສ່ຮັບປະກັນ ໃຫ້ອົງການລັດມີຄວາມໂປ່ງໃສ, ເຂັ້ມແຂງ ສາມາດກວດກາໄດ້ທຸກເວລາ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ເສດຖະກິດ ມີການຂະຫຍາຍຕົວ ແລະ ໝັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ, ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ກັບກອງປະຊຸມ ເພື່ອໃຫ້ໄດ້ຮັບຜົນທີ່ວາງໄວ້.
ຂ່າວ+ພາບ: ຄໍາໝັ້ນ.