ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ.

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 28 ເມສາ 2025 ນີ້, ຢຸ່ທີ່ສອນຂອງກົມກອງ ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນຍອງ ດວງດີ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ມີສະຫາຍ ພົນຈັດຕະວາ ຈັນດີ  ສຸລິວົງສັກ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຕາງໜ້າຄະນະພັກຈາກກະຊວງປ້ອງກັນປະເທດ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ກອງພົນທີ2, ກອງພົນທີ3, ກອງບັນຊາການທະຫານແຂວງຫຼວງພະບາງ, ກອງບັນຊາການທະຫານເມືອງ 11 ເມືອງ, ມີບັນດາສະຫາຍແຂກຮັບເຊີນ, ພະນັກງານປະຕິວັດອາວຸໂສບຳນານ, ນັກຮົບແຂ່ງຂັນ ອາດີດເລຂາຄະນະພັກກອງບັນຊາການ, ອາດີດຄະນະພັກກອງບັນຊາການ, ຜູ້ແທນກອງປະຊຸມໃຫຍ່ເຂົ້າຮ່ວມທັງໝົດ.123 ສະຫາຍ, ຍີງ 5 ສະຫາຍ; ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.781 ສະຫາຍ, ໃນທົ່ວອົງຄະນະພັກກອງບັນຊາການ.

ກອງປະຊຸມຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ, ຜ່ານບົດສຳຫຼວດການນຳພາລວມຂອງອົງຄະນະພັກສະໄໝທີ V, ພ້ອມດຽວກັນນັ້ນ ຜູ້ແທນກອງປະຊຸມຍັງຈະໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ຄະນະປະຈຳພັກ, ປະທານ, ຮອງປະທານກວດກາພັກ ເພື່ອເປັນຫຼັກແຫຼ່ງໃນການນໍາພາຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ໃນຄັ້ງນີ້, ຈາກນັ້ນກອງປະຊຸມໃຫຍ່ຍັງໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົນຜູ້ແທນສົມບູນ-ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄະນະພັກຂັ້ນເທິງ. ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ສຸດທີ່ມີຄວາມໝາຍສຳຄັນຍິ່ງ, ມັນແມ່ນຂີດ ໝາຍແຫ່ງການເຕີບໃຫຍ່ເຂັ້ມແຂງ ໃນການປັບປຸງກໍ່ສ້າງພັກ-ກໍ່ສ້າງກຳລັງໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

ໂອກາດນີ້ປະທານກອງປະຊຸມກໍ່ໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່, ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ດ້ວຍການເສີມຂະຫຍາຍສິດປະຊາທິປະໄຕ, ສຸມສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນການຄົ້ນຄວ້າຕົກລົງຮັບຮອງເປັນເອກະພາບບັນຫາທີ່ສຳຄັນຕ່າງໆທີ່ກອງປະຊຸມໃຫຍ່ໄດ້ກຳນົດໃຫ້ບັນລຸແລະມີຜົນສຳເລັດຢ່າງຈົບງາມ. ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ຈະດຳເນີນໄປເປັນເວລາ 1 ວັນເຕັມຈິງຈະສຳເລັດ.

…………………………

ຂ່າວ: ສົມຈີນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa