ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ແຂວງໄຊຍະບູລີ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາຜຸຍ ອິນທະບັນດິດ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ໄຊຍະບູລີ, ເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ສະຫາຍ ວິໄລ ວົງຂະເສີມ ຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ມີຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ, ຄະນະປະຈໍາພັກເມືອງ, ທີມງານສູນກາງສະຫະພັນກໍາມະບານ, ຫົວໜ້າ,ຮອງຫົວໜ້າພະແນກການ, ອະດີດການນໍາຂອງສະຫະພັນກໍາມະບານແຂວງ,ນັກປະຕິວັດອາວຸໂສບໍານານ, ຕາງໜ້າອົງການຈັດຕັ້ງພັກ-ລັດ, ແຂກທີ່ຖືກເຊີນ, ພ້ອມດ້ວຍສະມາຊິກກໍາມະບານພາຍໃນແຂວງເຂົ້າຮ່ວມ.
ໃນກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 181 ສະຫາຍ, ຍິງ 32 ສະຫາຍ. ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງໄຊຍະບູລີ ຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າ ແລະ ເປັນເອກະພາບຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນດັ່ງນີ້ : ຈະໄດ້ຮັບຟັງຮ່າງລາຍງານການເມືອງ ພ້ອມທັງຕີລາຄາຢ່າງພາວະວິໄສ, ປະກອບຄໍາຄິດ, ຄໍາ ເຫັນ, ຢັ້ງຢືນຄືນຜົນສໍາເລັດແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຕະຫຼອດໄລຍະ 5 ປີຜ່ານມາ ແລະ ບັນດາຄາດໝາຍສູ້ຊົນແຕ່ປີ 2026-2030 ແລະ ມີຄວາມເອກະພາບກັນຮັບຮອງ; ກອງປະຊຸມຈະໄດ້ຕີລາຄາ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນກຳມະບານແຂວງ ຊຸດທີ VII ຕະຫຼອດສະໄໝກອງປະຊຸມຜ່ານມາ.
ກອງປະຊຸມຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານແຂວງ ຊຸດໃໝ່ ເພື່ອນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານກຳມະບານໃນຕໍ່ໜ້າ, ພ້ອມນັ້ນ, ກໍຈະໄດ້ໃສ່ສິດ ປະຊາທິປະໄຕເລືອກຕັ້ງເອົາຜູ້ແທນສົມບູນ-ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ທີ່ຈະໄຂຂຶ້ນໃນຕໍ່ໜ້າ; ກອງປະຊຸມຈະໄດ້ຮັບກຽດຢ່າງສູງ ຟັງການມີຄໍາເຫັນຊີ້ນໍາຂອງ ສະຫາຍ ວິໄລ ວົງຂະເສີມ ຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະ ຮັບຟັງການໂອ້ລົມຂອງ ສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາຄະນະບໍລິງານພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ. ກອງປະຊຸມຈະໄດ້ດຳເນີນເປັນເວລາ 1 ວັນຈື່ງຈະສໍາເລັດ.
ຂ່າວ-ພາບ : ຄໍາໝັ້ນ.