ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ຄັ້ງທີ VIII ແຂວງໄຊຍະບູລີ ໄດ້ສໍາເລັດຢ່າງຈົບງາມ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 1 ວັນ ໃນວັນທີ 14 ພຶດສະພາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງແຂວງໄຊຍະບູລີ ໂດຍການເປັນປະທານ ຂອງສະຫາຍ ນາງ ຄໍາຜິວ ພັນທະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ມີ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ສະຫາຍ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ເຈົ້າເມືອງ, ຮອງເຈົ້າເມືອງ, ອາວຸໂສບໍານານ ແລະ ຜູ້ແທນສົມບູນຈາກພະແນກການ, ກົມກອງ ອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ 200 ກວ່າສະຫາຍ ໃນນີ້ມີຜູ້ແທນສົມບູນ 160 ກວ່າສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ຈໍານວນ 59.428 ສະຫາຍໃນທົ່ວແຂວງ.
ໃນກອງປະຊຸມໃຫຍ່ຜູ້ແທນ ສະຫະພັນແມ່ຍິງແຂວງໄຊຍະບູລີ ຄັ້ງທີ VIII ໄດ້ລົງມະຕິເປັນເອກະສັນກັນຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຄື: ຮັບຮອງເອົາບົດລາຍງານການເມືອງ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ເຊິ່ງ ລວມມີ 09 ຄາດໝາຍ; ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ 5 ປີ (2020-2024) ມີ 10 ແຜນງານ 58 ໂຄງການ ແລະ ຮັບຮອງເອົາແຜນພັດທະນາ 5 ປີຕໍ່ໜ້າ (2025-2029) ມີ 8 ເປົ້າໝາຍ 40 ແຜນວຽກຈຸດສຸມ, ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານສະຫະພັນແມ່ຍິງເເຂວງສະໄໝ VII ເຊິ່ງ ໄດ້ຕີລາຄາຢ່າງພາວະວິໄສຕໍ່ຂະບວນການເຄື່ອນໄຫວຂອງສະຫະພັນແມ່ຍິງ ແລະ ແມ່ຍິງບັນດາເຜົ່າທົ່ວເເຂວງຕໍ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນ, ກອງປະຊຸມໃຫຍ່ ໄດ້ຮັບຟັງການປະກອບຄໍາເຫັນຈາກຕາງໜ້າອົງການຈັດຕັ້ງມະຫາຊົນ, ອົງການພາຄີຂັ້ນເເຂວງ, ຕາງໜ້າສະຫະພັນແມ່ຍິງເມືອງຫົງສາ, ຕາງໜ້າສະຫະພັນແມ່ຍິງ ປກຊ-ປກສ ແຂວງ,ຕົວແບບ ສະຫະພັນແມ່ຍິງຮາກຖານໂຮງຮຽນມັດທະຍົມສົມບູນໄຊຍະບູລີ, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຸດໃໝ່ ບົນພື້ນຖານມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 39 ສະຫາຍ ແລະ ເລືອກໄດ້ 35 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ນາງ ຄຳຜິວ ພັນທະວົງ ເປັນປະທານຄະນະບໍລິຫານງານ, ສະຫາຍ ນາງ ພູນເພັດ ກິ່ງແກ້ວ ເປັນຮອງປະທານສະຫະພັນແມ່ຍິງ ທັງເປັນປະທານກວດກາ, ເຫັນດີ ຮັບຮອງເອົາ ສະຫາຍ ນາງ ສາຍຄໍາ ເພັດປັນຍາ ແລະ ສະຫາຍ ນາງ ພວງມະໄລ ໄຊຍະພອນ ເປັນຮອງປະທານສະຫະພັນແມ່ຍິງ, ເລືອກເອົາ ສະຫາຍ ນາງ ສົມສະໄໝ ຄຳສິງ ເປັນຮອງປະທານກວດກາ; ຄຽງຄູ່ກັນນີ້ ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມ ໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເຊິ່ງມີຜູ້ແທນສົມບູນ 17 ສະຫາຍ, ສໍາຮອງ 3 ສະຫາຍ.
ຂ່າວ: ບຸນທີ.