ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2025 ນີ້ ຢູ່ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຄຳສີ ແພງສະຫວັນ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ສະຫາຍ ພົນຈັດຕະວາ ກູດ ພົມມາ ປະທານສະຫະພັນນັກຮົບເກົ່າແຂວງ, ມີທີມງານຂອງແຂວງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນໂທ ນາງ ດວງສີ ກັນທະຍາໂນ ຮອງເລຂາໜ່ວຍພັກນັກຮົບເກົ່າແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ; ຈາກນັ້ນ ສະຫາຍ ພັນເອກ ຄໍາເຟື່ອນ ບຸນມີ ຮອງປະທານສະຫະພັນນັກຮົບເກົ່າ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໜ່ວຍພັກສະຫະພັນນັກຮົບເກົ່າແຂວງ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະປະຈໍາພັກແຂວງ ໃນການນໍາພາສະມາຊິກພັກຈັດຕັ້ງປະຕິບັດແນວທາງນະໂຍບາຍ, ກົດລະບຽບພັກ, ກົດໝາຍຂອງລັດ, ເປັນເຈົ້າການປັບປຸງກໍ່ສ້າງພັກ ຕາມກົດລະບຽບຂອງພັກ, ລົງໃກ້ຊິດຕິດແທດມະຫາຊົນໃນຂອບເຂດຮັບຜິດຊອບຂອງຕົນ; ມີສະມາຊິກພັກທັງຫມົດ 21 ສະຫາຍ, ຍິງ 9 ສະຫາຍ, ມີ 3 ຂະແໜງການຄື: ຫ້ອງການ-ບໍລິຫານ, ຂະແໜງຈັດຕັ້ງ-ກວດກາ, ຂະແໜງໂຄສະນາ-ອົບຮົມ. ຜ່ານການແບ່ງປະເພດສະມາຊິກພັກ,ຂະແໜງການ, ອົງການຈັດຕັ້ງມະຫາຊົນ ຕີລາຄາໜ່ວຍພັກຕາມ 5 ເນື້ອໃນ ໄລຍະ 5 ປີ ປະເພດສະມາຊິກພັກ ໄດ້ປະເພດແຂງ 18 ສະຫາຍ, ຍິງ 8 ສະຫາຍ, ບໍ່ໄດ້ແບ່ງປະເພດ 3 ສະຫາຍ, ຍິງ 1 ສະຫາຍ (ສາເຫດຍ້ອນຍົກຍ້າຍມາໃໝ່), ປະເພດພະນັກງານ-ລັດຖະກອນໄດ້ ປະເພດດີ 2 ສະຫາຍ, ປະເພດຂະແໜງການ ໄດ້ປະເພດແຂງ 3 ຂະແໜງການ, ປະເພດອົງການຈັດຕັ້ງ ມະຫາຊົນ ໄດ້ປະເພດແຂງທັງ 3 ອົງການ, ປະເພດໜ່ວຍພັກ ໄດ້ປະເພດ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ເພື່ອເປັນການຢັ້ງຢືນຜົນງານທີ່ຜ່ານມານັ້ນ ສະຫາຍ ຄໍາສີ ແພງສະຫວັນ ກຳມະການປະຈຳພັກ ແຂວງ ປະທານແນວລາວສ້າງຊາດແຂວງ ໄດ້ມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ,ໜັກແໜ້ນ ໃຫ້ໜ່ວຍພັກສະຫະພັນນັກຮົບເກົ່າແຂວງ ຂຶ້ນຮັບໂດຍ ສະຫາຍ ພັທ ນາງ ດວງສີ ກັນທະຍາໂນ ຮອງເລຂາໜ່ວຍພັກ. ຈາກນັ້ນ ຄະນະຊຸດ ເກົ່າໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມ ພ້ອມທັງກ່າວລາ ໜ້າທີ່, ປະທານໄດ້ຜ່ານມາດຖານເງື່ອນໄຂຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະໜັກ 5 ສະຫາຍ ຍິງ 1 ສະຫາຍ, ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບກັນ ປະຊາມະຕິເລືອກເອົາ ສະຫາຍ ພົນຈັດຕະວາ ກູດ ພົມມາ ເປັນເລຂາໜ່ວຍພັກ, ສະຫາຍ ພັນເອກ ຄໍາເຟື່ອນ ບຸນມີ ເປັນຮອງເລຂາໜ່ວຍພັກ ທັງເປັນຜູ້ກວດກາໜ່ວຍພັກ, ສະຫາຍ ພັນໂທ ນາງ ດາມອນ ສິມມະບານ ເປັນຄະນະ. ພ້ອມນີ້ ຄະນະຊຸດໃໝ່, ຕາງໜ້າຂະ ແໜງການ ແລະ ອົງການຈັດຕັ້ງ ໄດ້ພ້ອມກັນຂຶ້ນຈັບມືແຂ່ງຂັນ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະໃໝ່ຕື່ມອີກ.
ຂ່າວ: ມະໄລວັນ.