ວັນທີ 30 ເມສາ 2025 ນີ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຜູ້ແທນແນວລາວສ້າງຊາດ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ຄໍາສີ ແພງສະຫວັນ ຄະນະປະຈຳພັກແຂວງ,ກໍາມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ພາຍໃຕ້ການເປັນປະທານຂອງທ່ານ ອິນເນດ ຂຽວສີຟ້າ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ,ກົມກອງ,ພະນັກງານອາວຸ ໂສ-ບໍານານ, ເຈົ້າກົກ-ເຈົ້າເລົ່າ, ຫົວໜ້າຊິງຊາວ, ແຂກຖືກເຊີນຈາກເມືອງຫົງສາ, ເມືອງຊຽງຮ່ອນ, ຜູ້ແທນກອງປະຊຸມ ແລະ ນັກທຸລະກິດຜູ້ປະກອບການເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ພາຍຫຼັງທີ່ຄະນະຈັດຕັ້ງພິທີໄດ້ສະເໜີຈຸດປະສົງພ້ອມທັງຜ່ານມະຕິຕົກລົງຂອງຄະນະປະຈໍາແນວລາວສ້າງຊາດແຂວງວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ຄັ້ງທີ V ຜູ້ແທນແນວລາວສ້າງຊາດເມືອງເງິນ, ຜ່ານບົດລາຍງານຄຸນລັກຊະນະຜູ້ແທນກອງປະຊຸມພ້ອມທັງສະເໜີຜູ້ແທນກອງປະຊຸມປະກອບຄໍາເຫັນ ຍົກມືປະຊາມະຕິຮັບຮອງເອົາບົດລາຍງານຄຸນລັກສະນະ, ຮັບຟັງຮ່າງບົດລາຍງານການເມືອງທັງ 2 ພາກ ພ້ອມທັງຍົກມືປະຊາມະຕິຮັບຮອງ ຈາກນັ້ນບັນດາຜູ້ແທນກອງປະຊຸມກໍໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ່ IV ຂອງຜູ້ແທນແນວລາວສ້າງຊາດ ໃນໄລຍະ 5 ປີຜ່ານມາ ເປັນຕົ້ນແມ່ນການແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນເມືອງ, ການສຶກສາອົບຮົມການເມືອງແນວຄິດ, ການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ພາຍໃນເມືອງ, ການສຶກສາອົບຮົມການເມືອງແນວຄິດ ການເຕົ້າໂຮມຄວາມສາມັກຄີພາຍໃນບ້ານ, ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເພື່ອຊອກໃຫ້ເຫັນບັນຫາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້ພາຍຫຼັງທີ່ຄະນະຊຸດເກົ່າໄດ້ຜ່ານບົດສໍາຫຼວດການນໍາພາລວມພ້ອມທັງໄດ້ກ່າວລາໜ້າທີ່ແລ້ວ. ຍັງໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຜູ້ຈະສະໝັກເປັນຄະນະກໍາມະການແນວລາວສ້າງຊາດ ຈາກນັ້ນ ທ່ານ ທອງພັນ ສຸກສະຫວັດ ເລຂາ ຄະນະບໍລິຫານງານພັກເມືອງ ກໍໄດ້ມີຄໍາເຫັນຊີ້ນໍາກ່ອນການເລືອກຕັ້ງ, ພ້ອມທັງໄດ້ມີການສະເໜີລາຍຊື່ ແລະ ຜ່ານລາຍຊື່ເປົ້າໝາຍກໍາມະການແນວລາວສ້າງຊາດ ຈໍານວນ 55 ທ່ານ, ຍິງ 5 ທ່ານ ແລະ ພະສົງ 2 ອົງ, ເລືອກໄດ້ 3 ທ່ານ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນຄັດເລືອກເອົາປະທານ, ຮອງປະທານແນວລາວສ້າງຊາດເມືອງ, ປະທານ, ຮອງປະທານ, ຄະນະກວດກາ ເຊິ່ງຮັບຮອງເອົາ ທ່ານ ຊູລິສິດ ຄໍາພູວົງ ເປັນປະທານແນວລາວສ້າງຊາດເມືອງ, ທ່ານ ໄຈ ຢ່າງ ແລະ ທ່ານ ຄໍາຜອງ ຊະນະຊົນ ເປັນຮອງປະທານແນວລາວສ້າງຊາດ, ຮັບຮອງເອົາ ທ່ານ ໄຈຢ່າງ ເປັນປະທານກວດກາ, ທ່ານ ໄຈລື ກອງວັນນາລີ ເປັນຮອງປະທານກວດກາ ແລະ ທ່ານ ແກ້ວອຸດົມ ກອງຊັບ ເປັນຜູ້ຊ່ວຍກວດກາ.
…………………
ຂ່າວ : ຖວທເມືຶອງເງິນ.