ກອງປະຊຸມ ວິໄຈສະພາບການສຶກສາ,ຖອດຖອນບົດຮຽນພາກຮຽນ I ສົກຮຽນ2025-2026ແລະຖອດຖອນບົດຮຽນວຽກງານກິລາ-ກາຍຍະກຳ ທົ່ວແຂວງ ໄຊຍະບູລີ.


……………………….
ກອງປະຊຸມ ວິໄຈສະພາບການສຶກສາ,ຖອດຖອນບົດຮຽນພາກຮຽນ I ສົກຮຽນ2025-2026ແລະຖອດຖອນບົດຮຽນວຽກງານກິລາ-ກາຍຍະກຳ ທົ່ວແຂວງ ໄຊຍະບູລີ.ໄດ້ຈັດຂື້ນໃນວັນທີ 3 ກຸມພາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການແລະກິລາແຂວງ ພາຍໃຕ້ການເປັນປະທານຂອງທ່ານ ອີນທີ ຈັນປະເສີດເຮີ ກຳມະການພັກແຂວງ ຫົວໝ້າພະແນກສຶກສາທິການແລະກິລາແຂວງ, ມີຮອງຫົວໝ້າພະແນກ,ຫົວໝ້າຫ້ອງການສຶກສາທິການແລະກິລາ11ເມືອງ,ຫົວໝ້າ,ຮອງຫົວໝ້າຂະແໝງການ,ສູນ,ຜູ້ອຳນວຍການ,ຮອງຜູ້ອຳນວຍການໂຮງຮຽນອ້ອມຂ້າງແຂວງ,ຫົວໝ້າ,ຮອງຫົວໝ້າໝ່ວຍງານພ້ອມດ້ວຍພະນັກງານວິຊາການພະແນກດັ່ງກ່າວເຂົ້າຮ່ວມ.
ໃນພິທີທ່ານ ອີນທີ ຈັນປະເສີດເຮີ ກຳມະການພັກແຂວງ ຫົວໝ້າພະແນກສຶກສາທິການແລະກິລາແຂວງ ໄດ້ກ່າວເປີດພິທີ ບາງຕອນທີ່ສຳຄັນທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຄົ້ນຄວ້າປະກອບ ຄຳຄິດ, ຄໍາເຫັນ, ເຂົ້າໃສ່ບັນດາເອກະສານທີ່ສໍາຄັນຈຳນວນໜຶ່ງ ໂດຍສະເພາະແມ່ນ:ຜ່ານບົດວິໄຈສະພາບການສຶກສາທິການ ແລະ ກິລາແຂວງ ສົກຮຽນ 2025-2026,ສະເໜີຜົນການຈັດຕັ້ງປະຕິບັດໃນການເກັບກຳຂໍ້ມູນ ແລະ ການຕິດຕາມປ້ອນຂໍ້ມູນ EMIS forms,ແນະນໍາການເຂົ້າລິ້ງສູນລວມຂໍ້ມູນສະຖິຕິການສຶກສາເພື່ອເບິ່ງຂໍ້ມູນ ແລະ ການດຶງຂໍ້ມູນອອກມານໍາໃຊ້,ຜ່ານບົດສະຫຼຸບພາກຮຽນທີ I ແລະ ທິດທາງແຜນພາກຮຽນທີ II ສົກຮຽນ 2025 – 2026, ຖອດຖອນບົດຮຽນການສອບເສັງເລື່ອນຂັ້ນ-ຈົບຊັ້ນສາຍສາມັນສຶກສາ ສົກຮຽນ 2024-2025 ແລະ ການສອບເສັງພາກຮຽນທີ 1 ສົກຮຽນ 2025-2026,ລາຍງານຜົນການຈັດຕັ້ງປະຕິບັດວຽກງານກິລາ-ກາຍຍະກຳຂອງແຂວງໄລຍະຜ່ານມາ ແລະ ຜ່ານຮ່າງຂໍ້ ຕົກລົງສະມາຄົມກິລາ ແລະ ສະຫະພັນກິລາກາຍຍະກຳແຂວງ.ແນ່ໃສ່ເຮັດໃຫ້ເນື້ອໃນກອງປະຊຸມ ວຽກງານການສຶກສາ-ກິລາ ໃນພາກຮຽນທີ II ກໍຄືສົກງົບປະມານປະຈຳປີ 2026 ໄດ້ຮັບການຈັດຕັ້ງປະຕິ ບັດມີຜົນສໍາເລັດຄຽງຄູ່ກັບຂົງເຂດວຽກງານອື່ນໃນຂອບເຂດທົ່ວແຂວງ.ກອງປະຊຸມແມ່ນຈະດຳເນີນໄປເປັນເວລາ2ວັນຈຶ່ງຈະສຳເລັດ.
………………………
ຂ່າວ: ຂັນແກ້ວ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa