ກອງປະຊຸມ ສະຫຼຸບຕີລາຄາວຽກງານຮອບດ້ານປະຈໍາປີ 2025 ແລະ ແຜນການປະຈໍາປີ 2026ຂອງອົງການປົກຄອງບ້ານຂອນ

……………………..
ໃນວັນທີ 31 ມັງກອນ 2026 ນີ້. ຢູ່ທີ່ຫ້ອງປະຊຸມບ້ານຂອນ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາວຽກງານຮອບດ້ານປະຈໍາປີ 2025 ແລະ ແຜນການປະຈໍາປີ 2026 ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມໝາຍ ສຸກກະເສີມ ນາຍບ້ານ-ບ້ານຂອນ, ໃຫ້ກຽດເຂົ້າຮ່ວມກອງປະຊຸມ ຂອງ ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ຜູ້ຊີ້ນໍາເມືອງເງິນ ແລະ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາພັກເມືອງ, ມີບັນດາທ່ານກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ທີມງານຂອງແຂວງ, ທີມງານຂອງເມືອງ, ການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານຂອນ, ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ທ່ານ ສົມໝາຍສຸຂະເສີມ ນາຍບ້ານ ບ້ານຂອນ ໄດ້ຂຶ້ນກ່າວເປີດກອງປະຊຸມພ້ອມທັງຜ່ານບົດສະຫຼຸບຕີລາຄາວຽກງານຮອບດ້ານຂອງບ້ານ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ບາງຕອນທ່ານໃຫ້ຮູ້ວ່າ: ອົງການປົກຄອງບ້ານປະກອບມີ 5 ໜ່ວຍງານ 15 ຈຸງານ, ມີ 28 ໜ່ວຍຜະລິດ, ມີ 368. ຄອບຄົວ, ມີພົນລະເມືອງ 1.605 ຄົນ, ຍິງ 822 ຄົນ, ເພີ່ມຂື້ນຈາກປີ 2024 ຈໍານວນ 17 ຄົນ, ປະກອບມີ 5 ເຜົ່າຄື: ເຜົ່າລື້, ເຜົ່າລາວ, ເຜົ່າກຶມມຸ, ເຜົ່າຍວນ ແລະ ເຜົ່າຫໍ້ ; ອາຊີບຕົ້ນຕໍຂອງຄົວເຮືອນ: ເຮັດວຽກກະສິກໍາ ແລະ ເປັນກຳມະກອນ 238 ຄອບຄົວ, ເຮັດວຽກທຸລະກິດການຄ້າ ແລະ ບໍລິການ 55 ຄອບຄົວ ແລະ ເປັນພະນັກງານລັດຖະກອນ 53 ຄອບຄົວ, ອຸດສະກໍາ-ຫັດຖະກໍາ 7 ຄອບຄົວ ແລະ ອາຊີບອື່ນໆ 15 ຄອບຄົວ, ນັບຖືສາສະໜາພຸດກວມເອົາ 98.38% ແລະ ສາສະໜາອື່ນໆ 1,62%. ແລະ ສືບຕໍ່ຜ່ານຂໍ້ແຂ່ງຮັກຊາດ ແລະ ພັດທະນາຂອງບ້ານ ພ້ອມທັງຈັບມືແຂ່ງຂັນກັນ,
ຕອນທ້າຍຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ຜູ້ຊີ້ນໍາເມືອງເງິນ ແລະ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາພັກເມືອງອີກດ້ວຍ.
…………………….
ພາບ-ຂ່າວໂດຍ: ສົມຄິດ ຂຽວສີຟ້າ.
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa