ກອງພັນໃຫຍ່ 202 ເປີດຊຸດອົບຮົມ-ຫັດແອບປະຈຳປີ 2026

ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ເປີດຊຸດອົມຮົມຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2026 ຂື້ນ ໃນຕອນ​ເຊົ້າວັນທີ 4 ກຸມພາ 2026 ນີ້, ຢູ່​ທີ່ເດີນບານເຕະ​​ຂອງກອງພັນ​ດັ່ງ​ກ່າວ, ໂດຍການເປັນປະທານຂອງ ສະຫາຍ ພັນ​ໂທ ສິດ ບົວສອນ ຮອງຫົວໜ້າ​ພະ​ແນກ​ເສ​ນາ​ທິ​ການ ກອງ​ພັນ​ໃຫຍ່ 202 , ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນໂທ ສົມສະຄິດ ຄຳຊຸມພູ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 202, ມີຄະ​ນະ​ພັກ-ຄະ​ນະ​ບັນ​ຊາ 5 ພະແນກການ, 3 ກອງພັນນ້ອຍ, 5 ກອງຮ້ອຍເອກກະລາດ, ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ເຂົ້າຮ່ວມ.

ສະຫາຍ ຮ້ອຍເອກ ສະຫງັດ ຄຳອ່ອນ ຫົວໜ້າຂະແໜງອົບຮົບ ພະແນກເສນາທິການ ກອງພັນໃຫຍ່  202 ໄດ້ຂື້ນຜ່ານແຜນການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2026 ຂອງກອງພັນໃຫຍ່ທະຫານຮາບ 202. ການອົບຮົມຫັດແອບກໍ່ເພື່ອຍົກສູງຄວາມຮູ້ຄວາມສາມາດໃຫ້ພະນັກງານ-ນັກຮົບມີຄວາມຮູ້ທາງດ້ານສິນລະປະຍຸດ-ຍຸດທະວິທີ ແລະ ວີຊາສະເພາະໃຫ້ສໍນິສຳນານ, ທັງເປັນບ່ອນອີງໃຫ້ແກ່ການຊີ້ນຳ-ບັນຊາໃນການຈັດຕັ້ງປະຕິບັດບັນດາຂໍ້ກຳນົດຕ່າງໆໃຫ້ເຂັ້ມງວດ, ເພື່ອເປັນການກະຕຸກຊຸກຍູ້ເປັນຂະບວນການແຂ່ງຂັນຢ່າງຮອບດ້ານ ແລະ ມີການຊີ້ນຳກວດກາແຕ່ລະໄລຍະຂອງການອົບຮົມ-ຫັດແອບ, ເປັນການຍົກສູງດ້ານທິດສະດີຫຼັກການ, ເຮັດໃຫ້ພະນັກງານ-ນັກຮົບມີແນວຄິດການເມືອງໜັກແໜ້ນ ແລະ ເພື່ອເສີມສ້າງກຳລັງກາຍໃຫ້ມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໜ້າທີ່ໃນທຸກເງື່ອນໄຂໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ການເມືອງຂອງຕົນ. ເຊິງການ​ອົບ​ຮົມ​ຫັດ​ແອບ​ໃນ​ຄັ້ງ​ນີ້​ຈະ​ໄດ້​ອົບ​ຮົມ ລະ​ບຽບ​ຂໍ້​ກຳ​ນົດ, ຮູບ​ແຖວ, ພິທີການ 15 ວັນ, ອົບ​ຮົມ-ຫັດ​ແອບ ກິ​ລາ​ການ​ທະ​ຫານ 10 ວັນ, ອົບ​ຮົມ-ຫັດ​ແອບ ສີນ​ລະ​ປະ​ຍຸດ​ເຫຼົ່າຮົບ 10 ວັນ, ຍຸດ​ທະ​ວິ​ທີ​ເຫຼົ່າຮົບ 10 ວັນ, ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ເຫຼົ່າ​ຮົບ 1 ວັນ, ອົບຮົມວຽກງານເສນາທິການ 4 ວັນ, ອົບ​ຮົມການເມືອງ 15 ວັນ, ອົບຮົມພະລາທິການ 8 ວັນ, ອົບ​ຮົມ​ເຕັກ​ນິກ​ 7 ວັນ, ອົບ​ຮົມ​ວິ​ຊາ​ສະ​ເພາະ​ເຫຼົ່າ​ຮົບ 100 ວັນ, ອົບຮົມສີນລະປະຍຸດທະຫານຮາບ 40 ວັນ, ອົບຮົບຍຸດທະວິທີທະຫານຮາບ 60 ວັນ. ການ​ອົບ​ຮົມ-ຫັດ​ແອບ​ຈະ​ໄດ້​ດຳ​ເນີນ​ເປັນ​ເວ​ລາ 180 ວັນ, ເຊິ່ງແບ່ງອອກເປັນ 2 ໄລຍະຄື : ໄລະຍທີ I ເລີ່ມແຕ່ເດືອນ ກຸມພາ ເຖີງ ເດືອນ ມິຖຸນາ 2026, ໄລຍະທີ II ເລີ່ມແຕ່ເດືອນ ກໍລະກົດ ເຖີງ ເດືອນ ພະຈິກ 2026

ໃນໂອກາດດັ່ງກ່າວ ສະຫາຍ ພັນ​ຕີ ສົມມະລີ ການຸກສີ ຫົວໜ້າຂະແໜງໂຄສະນາ ​ພະ​ແນກ​ການ​ເມືອງ ກອງ​ພັນ​ໃຫຍ່ ຍັງຂຶ້ນຜ່ານແຜນ​ການ​ເປີດຂະບວນການແຂ່ງຂັນ ແລະ ປາຖະກະຖາວັນປະຫວັດສາດ ສຳຄັນ ປະຈໍາປີ 2026. ຈາກນັ້ນບັນດາຄະນະພັກ-ຄະນະບັນຊາ ຕົວແທນຈາກພະ​ແນກການ ກົມກອງ ຍັງໄດ້ຈັບມືທ້າທາຍເຊິ່ງກັນ ແລະ ກັນ ເພື່ອພ້ອມກັນ​ຮັບເອົາ​ຂໍ້​ແຂ່ງ​ຂັນດັ່ງກ່າວນຳໄປຈັດຕັ້ງຜັນຂະຫຍາຍ ແລະ ສ້າງ​ຂະ​ບວນ​ການໃນກົມກອງຂອງຕົນ​ໃຫ້​ມີຂະ​ບວນ​ການ​ຟົດ​ຟື້ນ​ຕໍ່​ເນື່ອງ.​

ເພື່ອຮັບປະກັນໃຫ້ແກ່ການອົບຮົມ-ຫັດແອບບັນລຸຕາມຈຸດປະສົງ ແລະ ຄາດໝາຍນັ້ນ ສະຫາຍ ພັນໂທ ສິດ ບົວສອນ ໄດ້ໃຫ້ກຽດໂອ້ລົມ, ພ້ອມທັງຮຽກຮ້ອງມາຍັງຄະ​ນະ​ພັກ-ຄະ​ນະ​ບັນ​ຊາ​ ອົງການ, ກົມກອງ ແລະ ຜູ້ທີ່ເຮັດວຽກງານອົບຮົມ-ຫັດແອບ ຕ້ອງເຊື່ອມຊື່ມຄຳສັ່ງແຜນການໃຫ້ຖືກກັບເນື້ອໃນ ແລະ ກຳນົດເວລາ, ເອົາໃຈໃສ່ຊີ້​ນຳຢ່າງໃກ້​ສິດ​ຕິດ​ແທດ​ຕໍ່ການອົບຮົມ-ຫັດແອບກັບ​ຂະ​ບວນ​ການ​ວຽກ​ງານ​ຕົວ​ຈິງ​ໃນ​ແຕ່​ລະ​ໄລ​ຍະ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີສຸ່ມທຸກເຫື່ອແຮງ, ສະຕິປັນຍາ, ພ້ອມກັນນັ້ນກໍ່ຕ້ອງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມ ດ້ານການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບມີສະຕິຕື່ນຕົວເຂົ້າຮ່ວມອົບຮົມແຕ່ລະໄລຍະ, ເປັນເຈົ້າການໃນການຮົບຮົມ-ຫັດແອບໃຫ້ບັນລຸຄາດໝາຍສູງ, ໂດຍສົມທົບລະຫວ່າງທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງເພື່ອສ້າງໃຫ້ກົມກອງມີຄວາມເຂັ້ມແຂງ ແລະ ຮັບປະກັນໄດ້ຄວາມປອດໄພ 100%, ພ້ອມນັ້ນຕ້ອງເອົາໃຈໃສ່ປັບປຸງລະບຽບແບບແຜນ ຂອງກອງທັບ ເປັນຕົ້ນແມ່ນຂໍ້ກຳນົດ 7 ລະບອບ 18 ວຽກ, ຄຳປະຕິຍານ 8 ຂໍ້, ວິໄນ 8 ຂໍ້ ແລະ ລະບຽບ 12 ຂໍ້ຕໍ່ປະຊາຊົນ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ສຳຄັນທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ດ້ວຍຜົນສຳເລັດຕາມແຜນການທີ່ວາງໄວ້. ພາບ-ຂ່າວ : ຄຳ​ຊາຍ ກວ່າງ​ຄຸນ​ສີ, ເບີ 02097411822.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa