

ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງໜ່ວຍພັກໂຮງຮຽນ ປະຖົມ ນາໃໝ່ ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 30 ມັງກອນ 2026 ຢູ່ທີ່ສະຖານທີ່ປະຊຸມ ຂອງໂຮງຮຽນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນເພັງ ຈູມມະລີ ເລຂາໜ່ວຍພັກໂຮງຮຽນ, ມີບັນດາສະຫາຍ ຄະນະຮັບຜິດຊອບທີມງານຂອງເມືອງ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ(ຄູ-ອາຈານ-ແພດໝໍ) ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ສະມາຊິກພັກ ແລະ ພະນັກງານ ໄດ້ຄົ້ນຄວ້າຮັບຮອງ ເນື້ອໃນກອງປະຊຸມຄື: ໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບ ຜົນຂອງການກວດກາ ປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກໂຮງຮຽນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຜ່ານການກວດກາຕີລາຄາເຫັນວ່າປະເພດສະມາຊິກພັກ ໄດ້ປະເພດແຂງ 10 ສະຫາຍ, ຍິງ 6 ສະຫາຍ; ປະເພດໜ່ວຍພັກ: ໄດ້ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ,ກອງປະຊຸມໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຊຸກຍູ້ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງພະນັກງານລັດຖະກອນ ແລະ ຂອງກົມກອງ.
ກອງປະຊຸມໄດ້ເປັນກຽດຕ້ອນຮັບ ແລະ ຮັບຟັງການໂອ້ລົມຈາກສະຫາຍ ນາງ ແສງເພັດ ແກ້ວປະເສີດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຄະນະຊີ້ນຳເຂດພັດທະນາເຂດບົວບານເມືອງວາ ຊື່ງສະຫາຍກໍໄດ້ເນັ້ນ ໜັກເຖິງຫຼາຍບັນຫາ ໂດຍສະເພາະແມ່ນການກໍ່ສ້າງປັບປຸງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນໃນແຕ່ລະດ້ານເປັນຕົ້ນ: ຕ້ອງເພີ່ມທະວີການສືກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງສະຫາຍສະມາຊິກພັກ ນອກຈາກນີ້ ຕ້ອງໄດ້ຕິດຕາມ-ກວດກາສະມາຊິກພັກ, ພະນັກງານ ເປັນປົກກະຕິ, ສິ່ງສໍາຄັນຕ້ອງສຸມໃສ່ການ ປ້ອງກັນເວນຍາມ ຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສະກັດກັ້ນ ບັນຫາທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເປັນຕົ້ນບັນຫາຢາເສບຕິດ, ຂີ້ລັກງັດແງະ ແລະ ເຫດການຕ່າງໆ ທີ່ອາດຈະເກີດຂື້ນພາຍໃນກົມກອງ ພ້ອມທັງຊອກຫາວິທີທາງແກ້ໄຂຢ່າງທັນການ.
ຂ່າວ : ຄອນສະຫວັນ ໄຊຍະວົງ (ຄອມ ເມືອງປາກລາຍ)