
ໃນຕອນເຊົ້າຂອງວັນທີ 13 ສິງຫາ 2025 ນີ້ ຢູ່ທີ່ໜ້າອານຸສອນສະຖານປະທານ ໄກສອນ ພົມວິຫານ ຜູ້ນໍາແສນເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ ໜ້າຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດພິທີວາງກະຕ່າດອກໄມ້ ເນື່ອງໃນສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ເຊິ່ງນໍາໂດຍທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ. ໃນໂອກາດນີ້ ຍັງໄດ້ ວາງພວງມະລາຢູ່ອານຸສາວະວີ ນັກຮົບວິລະນາມ ຂອງແຂວງໄຊຍະບູລີ ເຊິ່ງມີ 8 ກ້ອນກໍາລັງຄື: ກ້ອນກໍາລັງການນໍາຂອງແຂວງ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ກ້ອນກໍາລັງປ້ອງກັນຊາດ, ກ້ອນກໍາລັງປ້ອງກັນຄວາມສະຫງົບ, ກ້ອນຊາວໜຸ່ມ-ເຍົາວະຊົນ, ກ້ອນກຸ່ມການເມືອງ, ກ້ອນຂົງເຂດເສດຖະກິດ, ກ້ອນກຸ່ມຂົງເຂດວັດທະນະທໍາ-ສັງຄົມ ແລະ ກ້ອນການນໍາເມືອງໄຊຍະບູລີ. ທັງນີ້ກໍເພື່ອເປັນການສະແດງຄວາມເຄົາລົບຮັກ, ຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງນັກຮົບນິລະນາມ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປົດປ່ອຍຊາດ ປະຊາທິປະໄຕ ຂອງປ່ວງຊົນລາວທັງຊາດ ທີ່ສະແດງເຖິງນໍ້າໃຈທີ່ເສຍສະຫຼະຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາ – ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ.
ຂ່າວ+ພາບ: ຄໍາໝັ້ນ