
ໃນຕອນເຊົ້າວັນທີ 1 ທັນວາ 2025 ນີ້, ການນໍາພັກ-ລັດ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຊິ່ງນໍາໂດຍສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ຊາວໜຸ່ມ-ເຍົາວະຊົນ ໄດ້ວ່າງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ຄົບຮອບ 105 ປີ.
ການວາງກະຕ່າດອກໄມ້ຄັ້ງນີ້, ເພື່ອສະແດງເຖິງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດເຫື່ອແຮງ, ເລືອດເນື້ອ, ຊິວິດໃນການຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດ ອະທິປະໄຕ ມາສູ່ປວງຊົນລາວທັງຊາດ ຈົນໄດ້ຮັບການສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເຊິ່ງເປັນວັນທີ່ມີຄວາມໝາຍສໍາຄັນ ສໍາລັບ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ.
ຂ່າວ: ແກ່ນທ້າວ.