ການນໍາແຂວງໄຊຍະບູລີ ເຂົ້າວາງກະຕ່າດອກໄມ້ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII.

ໃນຕອນເຊົ້າຂອງວັນທີ 15 ຕຸລາ 2025 ນີ້ ຢູ່ອະນຸສອນສະຖານປະທານໄກສອນ ພົມວິຫານ ຜູ້ນໍາແສນເຄົາລົບຮັກຂອງປວງຊົນລາວທັງຊາດ ນໍາໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ມີຄະນະນຳຂັ້ນແຂວງ, ກໍາລັງປ້ອງກັນຊາດ-ປ້ອງການຄວາມສະຫງົບ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ໄດ້ນໍາເອົາກະຕ່າດອກໄມ້ວາງຢູ່ອະນຸສອນສະຖານປະທານໄກສອນ ພົມວິຫານເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ແລະ ເພື່ອເປັນການສະແດງເຖິິງຄວາມເຄົາລົບຮັກ, ກະຕັນຍູ, ຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດທີ່ໄດ້ອຸທິດຕົນ ເຂົ້າໃນພາລະກິດປະຕິວັດປົດປ່ອຍຊາດ, ຍາດເອກະລາດ, ອິດສະລະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖວ້ນມາສູ່ປະຊາຊົນລາວ ບັນດາເຜົ່າ.

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa