ກົມພັດທະນາການບໍລິຫານລັດ ຂອງຄະນະຈັດຕັ້ງສູນກາງພັກ ລົງຊຸກຍູ້ວຽກງານຢູ່ເມືອງເງິນ

ວັນທີ 23 ທັນວາ 2025 ນີ້. ທ່ານ ກູຢາງ ຈືປໍ ຮອງຫົວໜ້າກົມພັດທະນາການບໍລິຫານລັດ ພ້ອມດ້ວຍ ທີມງານຈາກຄະນະຈັດຕັ້ງສູນກາງພັກ ໄດ້ລົງມາເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງເງິນ ແຂວງ ໄຊຍະບູລີ. ເຊີ່ງມີບັນດາ ທ່ານຫົວໜ້າ,ຮອງຫົວໜ້າຫ້ອງການ, ກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ

ທ່ານ ລັດທິ ພົມມະຈິດ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ລາຍງານ ສະພາບການປັບປຸງ ຊັບຊ້ອນ ກົງຈັກການຈັດຕັ້ງພາຍໃນເມືອງເງິນ. ໂດຍປະຕິບັດຕາມມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ ຄບສພ,ລົງວັນທີ 12 ມີນາ 2025 , ຄໍາແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 483/ຄລສພ,ລົງວັນທີ 04 ເມສາ 2025 ເມືອງເງິນໄດ້ສຸ່ມໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊືມບັນດາເນື້ອໃນນິຕິກໍາດັງກ່າວໃຫ້ແກ່ພະນັກງານ-ລັດຖະກອນ, ເລຂາໜ່ວຍພັກບ້ານ-ນາຍບ້ານພາຍໃນເມືອງໄດ້ຮັບຮູ້ ແລະ ເຂົ້າໃຈ ຕິດພັນກັບການແຕ່ງຕັ້ງຄະນະຮັບຜິດຊອບການປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ. ຜ່ານການຈັດຕັ້ງປະຕິບັດສະແດງອອກດັ່ງນີ້: ເມືອງເງິນແມ່ນສໍາເລັດການປັບປຸງກົງຈັກການຈັດຕັ້ງຈາກ 22 ພາກສ່ວນມາເປັນ 18 ພາກສ່ວນ ( ຫຼຸດລົງ 04 ພາກສ່ວນ ) ,ບຸກຄະລາກອນຈາກ 457 ຄົນ,ຍິງ 207 ຄົນມາເປັນ 450 ຄົນ,ຍິງ 206 ຄົນ( ຫຼຸດລົງ 07 ຄົນ,ຍິງ 01 ຄົນ )  ໃນນີ້ຮັບອຸດໜູນບໍານານ 05 ຄົນ,ຍິງ 0 ຄົນ; ຮັບອຸດໜູນເທື່ອດຽວ  02 ຄົນ/ຍິງ 01 ຄົນ.ສໍາເລັດການໂຮມບັນດາຫ້ອງການ ຫຼື ໂອນບາງວຽກງານທີ່ກ່ຽວຂ້ອງໄປຂຶ້ນກັບພາກສ່ວນອື່ນຄື: ໂຮມຫ້ອງການແຜນການ ແລະການລົງທຶນໄປຂຶ້ນກັບຫ້ອງການ-ການເງິນເອີ້ນຊື່ວ່າຫ້ອງການ-ການເງິນເມືອງ; ໂຮມຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄປຂຶ້ນກັບຫ້ອງການກະສິກໍາ ແລະ ປ່າໄມ້ເອີ້ນຊື່ວ່າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ; ໂຮມຫ້ອງການພະລັງງານ ແລະບໍ່ແຮ່ໄປຂຶ້ນກັບຫ້ອງການອຸດສາຫະກໍາ ແລະການຄ້າ ເອີ້ນຊື່ວ່າຫ້ອງການອຸດສາຫະກໍາ ແລະການຄ້າ; ໂອນວຽກງານຈໍານວນໜຶ່ງຂອງຫ້ອງການພາຍໃນເມືອງໄປຂຶ້ນກັບຄະນະຈັດຕັ້ງເມືອງ,ຫ້ອງວ່າການເມືອງ, ຫ້ອງການ-ການເງິນເມືອງ ແລະກອງບັນຊາການ ປກສ ເມືອງ; ໂອນວຽກງານຖະແຫຼ່ງຂ່າວຫ້ອງການຖະແຫ່ງຂ່າວວັດທະນະທໍາ ແລະທ່ອງທ່ຽວເມືອງໄປຂຶ້ນກັບຫ້ອງການຄະນະໂຄສະນາອົບຮົມເມືອງ.ສໍາເລັດການປະກາດການໂຍກຍ້າຍ, ແຕ່ງຕັ້ງບຸກຄະນະລາກອນພ້ອມທັງເຮັດບົດບັນທຶກການມອບວຽກເຊິ່ງກັນແລະກັນ;ສໍາເລັດການກຳນົດເຂດຕາແສງ, ຊື່ຕາແສງ ແລະບຸກຄະລາກອນທີ່ຈະໄປປະຈໍາຢູ່ຕາແສງ.ກອງປະຊຸມ ໄດ້ພ້ອມກັນຄົ້ນຄ້ວາ, ແລກປ່ຽນຄຳຄິດຄໍາເຫັນເຊິ່ງກັນ ແລະກັນ ລະຫວ່າງຫ້ອງການ,ກົມກອງ ແລະ ກົມພັດທະນາການບໍລິຫານລັດ, ຄົ້ນຄ້ວານິຕິກຳທີ່ຈຳເປັນຈຳນວນໜື່ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງຢູ່ເມືອງເງິນໃນຕໍ່ໜ້າ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

ໂດຍ:ອິນແປງ ແຫວນຄຳ (ເມືອງເງິນ)

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa