ເມືອງພຽງ ປະກາດຍົກຍ້າຍ,ແຕ່ງຕັ້ງມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານພັກເມືອງຜູ້ເກົ່າແລະຜູ້ໃໝ່.
ໃນຕອນບ່າຍຂອງວັນທີ່ 3 ທັນວາ 2025 ນີ້ຢູ່ທີ່ຫ້ອງປະຊຸມເມືອງພຽງ ແຂວງໄຊຍະບູລີ ໄດ້ມີພິທີປະກາດຍົກຍ້າຍ,ແຕ່ງຕັ້ງມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກເມືອງໆພຽງຜູ້ເກົ່າແລະຜູ້ໃໝ່ຂື້ນໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ,ມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າຫ້ອງການ ...