ກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງການຮຽນ-ການສອນໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກເໜືອ.
ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2025 ນີ້ ຢູ່ຫ້ອງປະຊຸມໃຫ່ຍໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງການຮຽນ-ການສອນ ເປັນກຽດເຂົ້າຮ່ວມ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ,ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານພັກ,ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ...