ຄະນະບໍລິຫານງານສະຫະພັນກຳມະບານ ເມືອງທົ່ງມີໄຊ ສຳເລັດ ກອງປະຊຸມຄົບຄະນະ ຄັ້ງທີ 2 ສະ ໄໝທີ V

ໃນວັນທີ 3 ທັນວາ 2025 ຢູ່ທີ່ສະໂມສອນເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານ ເມືອງທົ່ງມີໄຊ ຄັ້ງທີ 2 ສະໄໝທີ V ຂຶ້ນຢ່າງເປັນທາງການ . ໂດຍການເປັນປະທານຂອງ ສະຫາຍ ທອງຫຼຽນ ອິນທະວົງ ປະທານສະຫະພັນກໍາມະບານເມືອງ,ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນ ບົວສອນ ອີນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ມີຄະນະບໍລິຫານງານສະຫະພັນກໍາມະບານເມືອງ, ຫົວໜ້າໜ່ວຍຮາກຖານກໍາມະບານ ພາຍໃນເມືອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ທອງຫຼຽນ ອິນທະວົງ ປະທານສະຫະພັນກໍາມະບານເມືອງ ໄດ້ຂຶ້ນຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກຳມະບານຮອບດ້ານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ໂດຍໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຫ້ອງການສະຫະພັນກໍາມະບານເມືອງທົ່ງມີໄຊ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ວິຊາສະເພາະຂອງຕົນ ພາຍໃຕ້ການ ນໍາພາ-ຊີ້ນໍາ ຂອງຄະນະປະຈໍາພັກເມືອງ, ເອົາໃຈໃສ່ປຸກລະດົມ, ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ສະມາຊິກກຳມະບານ, ພະນັກງານ-ລັດຖະກອນພາຍໃນເມືອງ ເຂົ້າຮ່ວມເຊື່ອມຊືມ ມະຕິຄໍາສັ່ງ, ລະບຽບຂອງພັກ-ລັດ ແລະ ປະຫວັດມູນເຊື້ອຂອງຊາດ, ຂອງທ່ານຜູ້ນໍາທີ່ອົງການປົກຄອງເມືອງໄດ້ຈັດຂື້ນເປັນແຕ່ລະໄລຍະ; ທົ່ວເມືອງມີ 32 ກໍາມະບານຮາກຖານ ມີສະມາຊິກ ກໍາມະບານທັງໝົດ 401 ສະຫາຍ, ຍິງ 186 ສະຫາຍ, ມີພະນັກງານກຳມະບານອາຊີບທັງໝົດ 6 ສະຫາຍ, ຍິງ 3 ສະຫາຍ, ອົງການຈັດຕັ້ງກຳມະບານກໍ່ໄດ້ມີການປະກາດໂຮມ ແລະ ປະກາດຍຸບເລີກ ການຈັດຕັ້ງກຳມະບານຮາກຖານໄປຕາມອົງການຈັດຕັ້ງຂອງພັກ-ລັດ, ໄດ້ປະກາດສ້າງຕັ້ງກຳມະບານຮາກຖານຄືນໃ ໝ່ ຈາກເມື່ອກ່ອນມີ 36 ກຳມະບານຮາກຖານ ມາຮອດປະຈຸບັນຍັງເຫຼືອ 32 ກຳມະບານຮາກຖານ, ໄດ້ເກັບເງິນສະມາຊິກກອງທຶນຊ່ວຍເຫຼືອຊ່ວຍກັນ ແລະ ກັນ ປະຈໍາປີ 2025 ລວມເງິນທັງໝົດ 33,810,000,  ໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກກອງທຶນ ທີ່ເສຍຊີວິດ 2 ສະຫາຍ.ໄດ້ລົງຕິດຕາມກວດກາຫົວໜ່ວຍແຮງງານ ໃນທົ່ວເມືອງຢ່າງເປັນປົກກະຕິ

ພ້ອມດຽວກັນີ້ກໍ່ຍັງໄດ້ ປະເມີນຜົນສະມາຊິກກຳມະບານຕາມເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2025 ໄດ້ 32 ກຳມະບານຮາກຖານເທົ່າກັບ 100%, ສະມາຊິກກຳມະບານ ໄດ້ 5 ເປັນເຈົ້າ ໄດ້ທັງໝົດ 401 ສະຫາຍ, ຍິງ 185 ເທົ່າກັບ 100% , ມາຮອດປະຈຸບັນທົ່ວເມືອງ ມີຫົວໜ່ວຍແຮງງານແບບຄອບຄົວ 63 ແຫ່ງ, ມີກຳມະກອນທັງໝົດ 93 ຄົນ, ຍິງ 25 ຄົນໂອກາດນີ້ກອງປະຊຸມຍັງໄດ້ມີການປະກອບຄຳເຫັນຈາກຜູ້ແທນກອງປະຊຸມໃນຂົງເຂດວຽກງານຕ່າງໆພາຍໃນເມືອງ ເພື່ອພ້ອມກັນຊອກຫາວິທີການປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນວຽກງານດັ່ງກ່າວໃຫ້ດີຂື້ນເປັນກ້າວໆ.

ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ເຕັມໄປດ້ວຍຄວາມໝາຍສຳຄັນຕອນທ້າຍກອງປະຊຸມ ສະຫາຍນາງ ບົວສອນ ອິນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ກໍ່ໄດ້ ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມຕື່ມອີກ.

ໂດຍ: ຄ ອ ມ ທົ່ງມີໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa