

ຕອນບ່າຍ ວັນທີ 25 ມີນາ 2026 ນີ້ ຄະນະພັກຮາກຖານ ກອງບັນຊາການທະຫານ ເມືອງໄຊຍະບູລີ ຈັດກອງປະຊຸມສະຫຼຸບກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025 ຂື້ນ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ພັທ ບຸນທະວີ ຖານະວັນ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ກອງບັນຊາການທະຫານເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພຽນ ປັນຍາວົງ ຄະນະປະຈໍາພັກເມືອງ ປະທານຄະນະກວດກາພັກເມືອງ, ປະທານອົງການກວດກາລັດເມືອງ, ຫົວໜ້າຄະນະຕ້ານການສໍ້ລາດບັງຫຼວງຂັ້ນເມືອງ, ມີໜ່ວຍປະຕິບັດງານຂອງເມືອງ, ແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ສະຫາຍ ພັທ ບຸນທະວີ ຖານະວັນ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ກອງບັນຊາການທະຫານເມືອງ ໄດ້ໃຫ້ກຽດຂື້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດສະຫຼຸບກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025 ແລະ ທິດທາງແຜນການ 2026: ຄະນະພັກຮາກຖານ ກອງບັນຊາການ ທະຫານ ເມືອງໄຊຍະບູລີ ເປັນການຈັດຕັ້ງຮາກຖານພັກໜຶ່ງ ທີ່ຂຶ້ນກັບຄະນະປະຈຳພັກເມືອງ ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ ຂອງອົງຄະນະພັກເມືອງ ໄຊຍະບູລີ ມີພາລະບົດບາດເປັນແກນນໍາທາງດ້ານການເມືອງ ຊີ້ນໍາບັນດາໜ່ວຍພັກທີ່ ຂຶ້ນກັບຕົນ ເຄື່ອນໄຫວເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນທະຫານ, ພະນັກງານນັກຮົບ ຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ໃຫ້ປະກົດຜົນເປັນຈິງ, ມີພາລະບົດບາດໃນ ການປັບປຸງ-ກໍ່ສ້າງພັກ ແລະ ຂະຫຍາຍພັກຕາມກົດລະບຽບຂອງພັກ, ໃກ້ຊິດຕິດແທດກັບມະຫາຊົນ, ປະຕິບັດມະຕິຄໍາສັ່ງ ແລະ ເຂົ້າຮ່ວມນໍາຂະບວນການຂອງແຂວງ, ເມືອງຈັດຂຶ້ນພ້ອມທັງໄດ້ປັບປຸງກົງຈັກ ການຈັດຕັ້ງຢູ່ໃນຮາກຖານພັກ, ຮັບປະກັນການເຮັດສຳເລັດໜ້າທີ່ການເມືອງກໍ່ຄືວຽກວິຊາສະເພາະທີ່ຕົນ ຮັບຜິດຊອບນໍາພາ. ຂອບເຂດການນໍາພາຄະນະພັກຮາກຖານກອງບັນຊາການ ທະຫານ ເມືອງໄຊຍະບູລີ ມີຂອບເຂດການນໍາພາ ກວມ ເອົາ 04 ໜ່ວຍພັກ, 05 ພະແນກ, 1 ໜວດຂຶ້ນກັບ ປະກອບມີຄະນະພັກຮາກຖານ 05 ສະຫາຍ, ຍິງ 0 ສະຫາຍ, ມີເລຂາ 01 ສະຫາຍ, ຍິງ 0 ສະຫາຍ, ມີຮອງເລຂາ, ເປັນປະທານກວດກາ 01 ສະຫາຍ, ຍິງ 0 ສະຫາຍ, ມີຄະນະພັກຮາກຖານ 03 ສະຫາຍ, ຍິງ 0 ສະຫາຍ, ທົ່ວກອງບັນຊາການທະຫານເມືອງໄຊຍະບູລີ ປະກອບມີນາຍ ແລະ ພົນທະຫານທັງໝົດ 116 ສະຫາຍ, ຍິງ 16 ສະຫາຍ, ມີສະມາຊິກພັກທັງໝົດ 92 ສະຫາຍ, ຍິງ 12 ສະຫາຍ,ສະມາຊິກພັກສຳຮອງ 03 ສະຫາຍ, ຍິງ 0 ສະຫາຍ, ມະຫາຊົນ 12 ສະຫາຍ, ຍິງ 03 ສະຫາຍ, ມີ 2 ອົງການຈັດຕັ້ງຂື້ນກັບ ອົງການຈັດຕັ້ງຊາວໝຸ່ມຮາກຖານຊາວໜຸ່ມມີ 01 ຮາກຖານ, ມີ 03 ໜ່ວຍຂື້ນກັບ, ມີຈຳນວນພົນ 40 ສະຫາຍ, ຍິງ 6 ສະຫາຍ, ມີຄະນະຊາວໜຸ່ມຮາກຖານ 05 ສະຫາຍ, ຍິງ 01 ສະຫາຍ, ອົງການຈັດຕັ້ງໜ່ວຍສະຫະພັນແມ່ຍິງ 01 ໜ່ວຍ ມີສະມາຊິກແມ່ຍີງທັງໝົດ 16 ສະຫາຍ, ມີຄະນະໜ່ວຍແມ່ຍິງ 3 ສະຫາຍ. ຈັດແບ່ງປະເພດ ໄດ້ປະເພດ ແຂງ ທັງ 2 ອົງການຈັດຕັ້ງ. ປະເພດສະມາຊິກພັກ: ປະເພດແຂງ 90 ສະຫາຍ, ຍິງ 16 ສະຫາຍເທົ່າກັບ 97,8%. ປະເພດກາງ 1 ສະຫາຍ, ຍິງ 0 ສະຫາຍເທົ່າກັບ 1,1 % .ບໍ່ແບ່ງ 1 ສະຫາຍ, ຍິງ 0 ສະຫາຍ (ໄປຮຽນຕໍ່) ເທົ່າກັບ 1,1%. ຜົນການຕີລາຄາແບ່ງປະເພດຂອງແຕ່ລະໜ່ວຍພັກ: ຕາມ 05 ມາດຖານ ຂອງ 4 ໜ່ວຍພັກ ມີດັ່ງນີ້: ໜ່ວຍພັກ ພະແນກການເມືອງ ປະເພດ ແຂງ. ໜ່ວຍພັກ ພະແນກເສນາທິການ ປະເພດ ແຂງ, ໜ່ວຍພັກ ພະແນກພະລາທິການ ປະເພດ ແຂງ. ໜ່ວຍພັກ ພະແນກເຕັກນິກ,ບໍລິຫານ ປະເພດ ແຂງ. ຄະນະພັກຮາກຖານ ກອງບັນຊາການ ປກຊ ເມືອງ ໄດ້ປະເພດແຂງ ເປັນຄະນະພັກຮາກຖານ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ຈາກນັ້ນໃນກອງປະຊຸມກໍ່ໄດ້ຜ່ານບົດບັນທຶກການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ພ້ອມທັງຈັບມືແຂ່ງຂັນກັນ, ຕອນທ້າຍກອງປະຊຸມ ສະຫາຍ ຄໍາພຽນ ປັນຍາວົງ ຄະນະປະຈໍາພັກເມືອງ ປະທານຄະນະກວດກາພັກເມືອງ, ປະທານອົງການກວດກາລັດເມືອງ, ຫົວໜ້າຄະນະຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ