​ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງຄະນະພັກຮາກຖານ ປກຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ໄຂຂື້ນຢ່າງເປັນທາງການໃນ
ວັນທີ 21 ມີນາ 2026 ຢູ່​ທີ່ຫ້ອງປະຊຸມ ປກຊ ເມືອງ. ໂດຍການ​ເປັນ​ປະທານ​ຂອງ​ ສະຫາຍ ພັທ ຈັນທອງ ໄຊສົງຄາມ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ປກຊ ເມືອງເງິນ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກ
ແຂວງ, ເລຂາຄະນະບໍລິຫານງານພັກເມືອງ ແລະ ສະຫາຍ ອິນເນດ ຂຽວສີຟ້າຮອງເລຂາ
ຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາສະຫາຍ ຄະ
ນະຮັບຜິດຊອບທີມງານຂອງເມືອງ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນຄະນະພັກຮາກຖານ ປກຊ ເມືອງ ເຂົ້າຮ່ວມ.
ກອງປະຊຸມ ສະຫາຍ ພັທ ຈັນທອງ ໄຊສົງຄາມ ຄະນະປະຈໍາພັກເມືອງ ເລຂາຄະນະ
ພັກຮາກຖານ ປກຊ ເມືອງເງິນ, ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ , ສະຫາຍ ພັທ ບຸນເງິນ ແສງສຸວັນ ຮອງເລຂາຄະນະພັກຮາກຖານ ປກຊ ຂຶ້ນຜ່ານບົດສະຫຼຸບຕີລາຄາການປະ
ເມີນຜົນການກໍ່ສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນ
ການ ປະຈໍາປີ 2026 ແລະ ຮັບຮອງເອົາບົດສະຫຼຸບ ຜົນຂອງການກວດກາ ປະເມີນການກໍ່ສ້າງ
ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ປກຊ ເມືອງ ປະຈຳປີ 2025 ແລະ ທິດ​ທາງ​ແຜນ​ການປີ 2026 ແລະ ໄດ້ຜ່ານຂໍ້ແຂ່ງຂັນຂອງຄະນະພັກຮາກຖານ ປະຈຳປີ 2026 ພ້ອມທັງຈັບມືແຂ່ງຂັນກັນ. ຄະນະພັກຮາກຖານ ກອງບັນຊາການ ທະຫານ
ເມືອງເງິນ ແມ່ນຄະນະ​ພັກ​ຮາກ​ຖານໜຶ່ງ​ໃນ​ຄວາມ​ຮັບຜິດຊອບນຳພາ-​ຊີ້ນໍາໂດຍກົງຂອງອົງຄະ​ນະ​ພັກ​ເມືອງ ປະກອບມີ 03 ໜ່ວຍພັກ ຂື້ນ​ກັບຄື: ໜວ່ຍພັກພະແນກການເມືອງ,ໜ່ວຍພັກພະແນກ
ເສນາ​ ແລະ ໜ່ວຍພັກພະແນກພະລາ,ມີສະມາຊິກພັກທັງໝົດ 63 ສະຫາຍ, ຍິງ 08 ສະຫາຍ, ສໍາຮອງ 03 ສະຫາຍ, ມີ 1 ໜ່ວຍສະຫະພັນແມ່ຍິງ ແລະ 1 ໜ່ວຍຊາວໜຸ່ມຂຶ້ນກັບ, ໄດ້ນໍາພາ 5 ພະແນກການ, ມີ 29 ຂະແໜງການຂຶ້ນກັບ ແລະ 2 ອົງການຈັດຕັ້ງມະຫາຊົນ, ມີຈໍານວນພົນ ທັງໝົດ 66 ສະຫາຍ, ຍິງ 08 ສະຫາຍ,ມີນາຍທະຫານ 61ສະຫາຍ,ຍິງ 08ສະຫາຍ, ນາຍສິບ 5 ສະຫາຍ.
ໃນໄລຍະ 1 ປີຜ່ານມາ ຄະນະພັກຮາກຖານ ປກຊ ເມືອງ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ
ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາ, ນຳພາຮ່ວມຊີວິດເປັນປົກກະຕິ, ມີເນື້ອໃນເລິກເຊິ່ງ ລະບອບການຕໍາ
ນິຕິຊົມເຊິ່ງກັນ ແລະ ກັນ,ນຳພາການຕີລາຄາຄຸນນະພາບແບ່ງປະເພດສະມາຊິກພັກຢ່າງເຂັ້ມ
ງວດ, ວຽກຂະຫຍາຍພັກແມ່ນໄດ້ຖືເອົາຄຸນນະພາບເປັນກົກ, ຕິດພັນກັບ ການເຊື່ອມຊຶມບັນ
ດານິຕິກຳຕ່າງໆ ໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ, ອົງການຈັດຕັ້ງທີ່ຂື້ນກັບໜ່ວຍພັກ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ, ມີຄວາມເປັນເອກະພາບ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີທັດສະນະຫຼັກໝັ້ນ, ຮູ້ຈັກຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ຕື່ນຕົວ ປະກອບສ່ວນເຂົ້າໃນ
ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ.
ຜົນ​ການກວດກາ, ຕີລາຄາ ​ປະເພດ​ຂອງໜ່ວຍງານ, ພະແນກ, ປະເພດຂອງສະມາຊິກພັກ ແລະ ຄະນະພັກຮາກຖານ​ຕາມຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ດັ່ງນີ້: ສະມະຊິກພັກທັງ
ໝົດ:​ 63 ສະຫາຍ, ໄດ້ປະເພດແຂງ 60 ສະຫາຍ,ຍິງ 8 ສະຫາຍ, ປະເພດກາງ 3 ສະຫາຍ.
ປະເພດຂະແໜງການ: ມີ 29 ຂະແໜງການ; ໄດ້ປະເພດແຂງ 28 ຂະແໜງການ, ປະເພດກາງ 1 ຂະແໜງ .
ປະເພດພະແນກ: ມີ 5 ພະແນກ ໄດ້ປະເພດ ແຂງ 5 ພະແນກ.
ປະເພດກົມກອງ: ໄດ້ປະເພດ: ແຂງ
ປະເພດໜ່ວຍພັກ: ໜ່ວຍພັກ ພະແນກການເມືອງ:
ມີສະມາຊິກພັກທັງໝົດ 20 ສະຫາຍ, ຍິງ 6 ສະຫາຍ, ໄດ້ປະເພດແຂງ 20 ສະຫາຍ, ຍິງ 6 ສະຫາຍ, ປະເພດໜ່ວຍພັກ ໄດ້ປະເພດ: ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໜ່ວຍພັກພະແນກ
ເສນາ: ສະມາຊິກພັກທັງໝົດ 21 ສະຫາຍ, ຍິງ 1 ສະຫາຍ, ໄດ້ປະເພດ ແຂງ: 20 ສະຫາຍ, ຍິງ 1 ສະຫາຍ, ໄດ້ປະເພດກາງ : 1 ສະຫາຍ, ປະເພດໜ່ວຍພັກໄດ້ປະເພດ: ແຂງ ແລະ ໜ່ວຍພັກພະແນກພະລາທິການ: ສະມາຊິກພັກທັງໝົດ 22 ສະຫາຍ, ຍິງ 1 ສະຫາຍ, ໄດ້ປະເພດແຂງ 19 ສະຫາຍ, ຍິງ 1 ສະຫາຍ, ປະເພດ ກາງ : 2 ສະຫາຍ, ປະເພດໜ່ວຍພັກ ໄດ້ປະເພດ: ແຂງ ແລະ ຄະນະພັກຮາກຖານ: ໄດ້ປະເພດແຂງ. ອົງການຈັດຕັ້ງມະຫາຊົນ: ໜ່ວຍຊາວໜຸ່ມ: ໄດ້ປະເພດ: ແຂງ ແລະ ໜ່ວຍສະຫະພັນແມ່ຍີງ ໄດ້ປະເພດ: ແຂງ
ກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກສະຫາຍ: ທອງພັນ ສຸກສະຫວັດ ກໍາ
ມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ນໍາອີກ.