

ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງຄະນະພັກຮາກຖານ ຫ້ອງການສຶກສາທິການ ແລະ ກິລາເມືອງ ຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນຢ່າງເປັນທາງການໃນຕອນບ່າຍ ວັນທີ 19 ມີນາ 2026 ຢູ່ທີ່ຫ້ອງປະຊຸມ ຫ້ອງການດັ່ງກ່າວ. ໂດຍການເປັນປະທານຂອງ ສະຫາຍ ນາງ ຄຳຜິວ ໄຊວຸດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ ມີບັນດາສະຫາຍ ຄະນະຮັບຜິດຊອບຂັ້ນເມືອງ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບ ຜົນຂອງການກວດກາ ປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການ ສຶກສາທິການ ແລະ ກິລເມືອງ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ແລະ ໄດ້ຜ່ານຂໍ້ແຂ່ງຂັນຂອງຄະນະພັກຮາກຖານ ປະຈໍາປີ 2026 ພ້ອມທັງຈັບມືແຂ່ງຂັນກັນ. ເຊິ່ງຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາເມືອງ ມີຄະນະພັກ 5 ສະຫາຍ; ຍິງ 2 ສະຫາຍ,ມີ 3 ໜ່ວຍພັກ, ມີຄະນະໜ່ວຍພັກ 10 ສະຫາຍ, ຍິງ 4ສະຫາຍ, ມີສະມາຊິກພັກທັງໝົດ 72 ສະຫາຍ, ຍິງ42ສະຫາຍ.
ໃນໄລຍະ 1 ປີຜ່ານມາຄະນະພັກ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາ, ນຳພາຮ່ວມຊີວິດເປັນປົກກະຕິ, ມີເນື້ອໃນເລິກເຊິ່ງ ລະບອບການຕໍານິຕິຊົມເຊິ່ງກັນ ແລະ ກັນ, ນຳພາການຕີລາຄາຄຸນນະພາບແບ່ງປະເພດສະມາຊິກພັກຢ່າງເຂັ້ມງວດ, ວຽກຂະຫຍາຍພັກແມ່ນໄດ້ຖືເອົາຄຸນນະພາບເປັນກົກ, ຕິດພັນກັບ ການເຊື່ອມຊຶມບັນດານິຕິກຳຕ່າງໆ ໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ, ອົງການຈັດຕັ້ງທີ່ຂື້ນກັບໜ່ວຍພັກ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ, ມີຄວາມເປັນເອກະພາບ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີທັດສະນະຫຼັກໝັ້ນ, ຮູ້ຈັກຈຳແນກມິດ-ສັດຕູຈະແຈ້ງ, ຕື່ນຕົວ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ: ຜົນຂອງການກວດກາຕີລາຄາແບ່ງປະເພດຕາມຕາມໜ່ວຍພັກ ແລະ ໜ່ວຍງານ, ປະເມີນຄຸນນະພາບ ຂອງສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕາມ 5 ດ້ານ ດັ່ງນີ້: ປະເພດຂອງໜ່ວຍພັກ ແລະ ໜ່ວຍງານມີດັ່ງນີ້: ໜ່ວຍພັກບໍລິຫານ ໄດ້ປະເພດ ແຂງ, ໜ່ວຍພັກວິຊາການໄດ້ປະເພດ ແຂງ, ໜ່ວຍພັກ ມສ ຊຽງຮ່ອນ ໄດ້ປະເພດ ແຂງ ແລະ 11 ໜ່ວຍງານ ພາຍໃນຄະນະພັກຮາກຖານຫ້ອງການສຶກາທິການ ແລະ ກິລາ ໄດ້ປະເພດ ແຂງ. ປະເພດຂອງສະມາຊິກພັກ ແລະ ພະນັກງານ ມີດັ່ງນີ້: ສະມາຊິກພັກແຂງ 72 ສະຫາຍ, ຍິງ 42ສະຫາຍກວມເອົາ 100%, ພະນັກງານຄູ-ອາຈານ ທີ່ບໍ່ແມ່ນສະມາຊິກພັກທັງໝົດ 2 ສະຫາຍ ໄດ້ປະເພດແຂງ 2 ສະຫາຍ, ຍິງ 2 ສະຫາຍ ເທົ່າກັບ 100%. ພ້ອມກັນນັ້ນກໍ່ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2025 ໃຫ້ກັບບັນດາໜ່ວຍພັກທີ່ໄດ້ຮັບນາມມະຍົດດັ່ງກ່າວ. ກອງປະຊຸມໄດ້ເປັນກຽດຮັບຟັງການໂອ້ລົມຈາກສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຕື່ມອີກ.
ໂດຍ: ຄ ອ ມ ເມືອງຊຽງຮ່ອນ.