

ໃນຕອນເຊົ້າວັນທີ 27ມັງກອນ 2026ນີ້, ຢູ່ທີ່ຫ້ອງການບ້ານ ດອນຕັນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານເພື່ອກະກຽມ ແລະ ດໍາເນີນກອງປະຊຸມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ຂຶ້ນໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ. ມີສະຫາຍຄະນະປະຈຳພັກເມືອງ ກຳມະການພັກເມືອງ, ມີຄະນະຮັບຜິດຊອບປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ2025 ຂັ້ນເມືອງ, ມີຄະນະພັກ, ອົງການປົກຄອງບ້ານ ແລະປະຊາຊົນພາຍໃນບ້ານດອນຕັນເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ນາງ ຫຼັດ ມະນີວົງ ເລຂາພັກບ້ານ ດອນຕັນ ໄດ້ລາຍງານສະພາບລວມຂອງບ້ານຕໍ່ຄະນະຮັບ ຜິດ ຊອບຊີ້ນໍາລວມ ກ່ຽວກັບ ສະພາບລວມຂອງບ້ານ, ສະພາບໜ່ວຍພກັ , ສະມາຊິກພັກ, ອົງການປົກຄອງບ້ານ. ໃນກອງປະຊຸມຄັ້ງນີ້, ຍັງໄດ້ເຊື່ອມເອກະສານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ປະຊາຊົນ, ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ04,ລົງວັນທີ11ທັນວາ2024ວ່າດ້ວຍ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ຄໍາສັ່ງຂອງກົມການເມືອງສະບັບເລກທີ01,ລົງວັນທີ3ມັງກອນ2018ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ28ລົງວັນທີ14ກຸມພາ2025ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ແຈ້ງການແນະນໍາຂອງຄະນະປະຈໍາພັກແຂວງສະບັບເລກທີ651, ລົງວັນທີ1ທັນວາ2025ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດໍາລັດສະບັບເລກທີ 348/ລບລົງວັນທີ16ພະຈິກ2017ວ່າດ້ວຍມາດຕະຖານພົ້ນທຸກແລະມາດຕະຖານພັດທະນາ ເອກະສານຕ້ານສະກັດກັ້ນການຖາງໄຮ່ ປ່າແກ່ , ປ້ອງກັນ ໄຟໄໝລ້າມປ່າ, ເອກກະສານເພີ້ມທະວີການນຳພາ-ຊີ້ນຳຂອງຄະນະພັກທຸກຂັ້ນ ຕໍjການເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີX ແລະ ສະພາປະຊາຊົນແຂວງຊຸດທີV ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການແຕ່ງຕັ້ງພະນັກງານລົງເຮັດທົດລອງຢູ່ໜ່ວຍພັກບ້ານດອນຕັນ ແລະ ແບ່ງພະນັກງານລົງໜ່ວຍຄຸ້ມຄອງພົນລະເມືອງ, ຂະແໜງການຂອງບ້ານ. ການລົງກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ ໜັ້ກແໜ້ນປະຈຳປີ 2025 ຢູ່ບ້ານດອນຕັນຈະໄດ້ດຳເນີນໄປເປັນເວລາ 4 ວັນຈື່ງຈະສຳເລັດ.
ໂດຍ: ຄ ອ ມ ເມືອງຊຽງຮ່ອນ.