ຄະນະສະມາຄົມບໍານານ-ເສຍອົງຄະ ເມືອງພຽງ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະສະມາຄົມບໍານານບ-ເສຍອົງຄະ ເມືອງພຽງ ແຂວງໄຊຍະບູລີ ປະຈໍາ ປີ 2025 ແລະ ທິດທາງແຜນການປີ 2026  ໄດ້ຈັດຂື້ຍໃນວັນທີ 27 ມີນາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ນ. ສີໄວ ມະນີວົງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ທ່ານ ທອງອອນ ອິນອຸດົມ ປະທານສະມາຄົມບໍານານ-ເສຍອົງຄະເມືອງພຽງ, ມີຄະນະສະມາຄົມບໍານານ-ເສຍອົງຄະ, ຫົວໜ້າຈຸບໍານານ-ເສຍອົງຄະ, , ພະນັກງານຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງເຂົ້າຮ່ວມ ກອງປະຊຸມຮັບ​ຟັງການ​ລາຍ​ງານ​ສະພາບ​ການຈັດ​ຕັ້ງ​ປະຕິບັດ ວຽກ​ງານ​ຂອງສະມາຄົມບຳນານ-ເສຍອົງຄະ ໃນໄລຍະ 1 ປີແລະ ວາງທິດທາງແຜນການ ປີ 2026 ​ເຊິ່ງທົ່ວເມືອງມີຜູ້ອາຍຸສູງທັງໝົດ 7,282 ທ່ານ,​ຍິງ 3,883 ທ່ານ ໃນນີ້ເປັນພະນັກງານບໍານານ-ເສຍອົງຄະທັງໝົດ420ທ່ານ, ຍີງ 95ທ່ານ ເຊິ່ງປະກອບມີພະນັກງານບໍານານທີ່ມາຈາກປົກຄອງ 122ທ່ານ,ຍິງ 29 ທ່ານ, ພະນັກງານບໍານານທີ່ມາຈາກພະນັກງານຄູ 138 ທ່ານ, ຍິງ 61 ທ່ານ, ພະນັກງານບໍານານມາຈາກ ປກສ ຈໍານວນ 5 ທ່ານ ຍິງ 1 ທ່ານ,  ພະນັກງານມາຈາກ ປກຊ ຈໍານວນ 59ທ່ານ, ຍິງ 0 ທ່ານ ພະນັກງານເສຍອົງຄະຮາກຖານ 96 ທ່ານ,ຍິງ 4 ທ່ານສັງກັດຢູ່ໃນບ້ານໂດຍແບ່ງອອກເປັນ 21 ຈຸໜ່ວຍ ໂດຍໃນໄລຍະຜ່ານມາໄດ້ເອົາໃຈໃສ່ເບິ່ງ​ແຍງ​ຊ່ວຍ​ເຫຼືອ​ເຊີ່ງກັນ ແລະກັນ ໃນເວລາເຈັບເປັນ, ນອນໂຮງໝໍ ແລະ ໄດ້ສົມທົບກັບການນໍາຂັ້ນເມືອງ ຮ່ວມພິທີຊາປານະກິດສົບໃນເວລາເສຍຊີວິດ ແລະ ໄດ້ປະກອບສ່ວນຊ່ວຍເຫຼືອວຽກງານຕ່າງໆ ເປັນທີ່ປຶກສາໃຫ້ແກ່ອຳນາດ​ການ​ປົກຄອງ​ບ້ານ​ທີ່​ຕົນ​ເອງ​ສັງກັດ, ເປັນເຈົ້າການການ​ເຕົ້າ​ໂຮມ​ຄວາມ​ສາມັກຄີພາຍໃນ, ພ້ອມ​ທັງ​ຖ່າ​ຍທອດ​ຄວາມ​ຮູ້​ໃຫ້​ຜູ້​ເປັນ​ລູກຫຼານ ຕາມ​ພາລະ​ບົດບາດ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ ແລະ ໃນໂອກາດນີ້ກໍ່ໄດ້ຜ່ານຂໍ້ຕົກລົງການແບ່ງຄວາມຮັບຜິດຊອບຂອງຄະນະສະມາຄົມບໍານານ-ເສຍອົງຄະ, ຂໍ້ຕົກລົງຄະນະຮັບຜິດຊອບກອງທຶນ, ຜ່ານກົດລະບຽບຂອງກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຂອງບໍານານ-ເສຍອົງຄະ ບາງມາດຕາ ຈາກນັ້ນກໍ່ດ້​ພ້ອມ​ກັນ​ສຸມ​ໃສ່​ຄົ້ນຄວ້າ ປະກອບ​ຄໍາ​ເຫັນ, ປຶກສາ​ຫາລື ໂດຍສະເພາະແມ່ນ ການ​ປະຕິບັດນະໂຍບາຍຕໍ່ສະມາຊິກກອງທຶນບຳນານ-ເສຍອົງຄະ ການ​ປະຕິບັດ​ນະ​ໂຍບາຍ​ສະ​ແດງ​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຕໍ່​ຜູ້​ມີ​ຜົນງານ ​ແລະ ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດໃນໄລຍະຜ່ານມາ ​ແນ​ໃສ່​ເຮັດ​ໃຫ້​ວຽກ​ງານ ສະມາຄົມບຳນານ-ເສຍອົງຄະ​ ​ບັນລຸຕາມ​ຄາດໝາຍ​ ທີ່​ໄດ້​ກໍານົດ​ໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa