
ໃນຕອນບ່າຍວັນທີ 29 ມັງກອນ 2026 ນີ້ຫ້ອງການຄະນະໂຄສະນາອົບຮົມເມືອງ ໄຊຍະບູລີ ໄດ້ຈັດພິທີເປີດຮຽນສະໜັບສະໜູນເອກະສານພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນຜູ້ກ້າວໜ້າ ຈໍານວນ 10 ສະຫາຍ, ຍີງ 3 ສະຫາຍ ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານໂດຍ ທ່ານນາງ ສຸກສະຫວັນ ປີ່ນຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງ
ຈຸດປະສົງຂອງການເຜີຍແຜ່ເອກະສານໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຫຍາຍເຂົ້າເປັນສະມາຊິກພັກຮັບຮູ້ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກຈະໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີພັກຄືແນວໃດ ບົນພື້ນຖານຕາມຮັບຮູ້ເຂົ້າໃຈດັ່ງກ່າວ, ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕືນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວເພື່ອເພີ້ມກໍາລັງສູ້ຮົບໃຫ້ແກ່ພັກນັບມື້ນັບຫລາຍຂື້ນ.
ຂ່າວ: ສົມພົງ ສີສະຫັວດ