ຊຽງຮ່ອນຈັດຕັ້ງເຜີຍແຜ່ເຊຶ່ອມຊຶມ3 ເອກະສານສຳຄັນຂອງພັກ-ລັດ

ຊຽງຮ່ອນຈັດຕັ້ງເຜີຍແຜ່ເຊຶ່ອມຊຶມ3 ເອກະສານສຳຄັນຂອງພັກ-ລັດ

ໃນວັນທີ 27 ມິຖຸນາ 2024ນີ້ ຢູ່ສະໂມສອນເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຕັ້ງເຜີຍແຜ່ເຊຶ່ອມຊຶມເອກະສານມະຕິທີ່ສໍາຄັນຂອງພັກ-ລັດ ໂດຍການໃຫ້ກຽດເຂົ້າຮ່ວມເຜີຍແຜ່ຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງຊຽງຮ່ອນ ມີຄະນະປະຈຳ, ກຳມະການພັກເມືອງ ຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດອົງການປົກຄອງບ້ານເທດສະບານເຂົ້າຮ່ວມ.
ໃນກອງປະຊຸມທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງ ໄດ້ຂຶ້ນເຜີຍແຜ່ເຊື່ອມຊຶມ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ຈາກນັ້ນ ການນຳຂັ້ນເມືອງກໍ່ໄດ້ຖັດປ່ຽນກັນປ່ຽນຜ່ານເອກກະສານ ເປັນຕົ້ນແມ່ນ: ມະຕິຂອງລັດຖະບານສະບັບເລກທີ 05/ລບ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ຄໍາສັ່ງຂອງຄະນະປະຈໍາພັກແຂວງໄຊຍະບູລີ ເລກທີ 01/ຄພຂ.ຊຍ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ບັນດາອົງການປົກຄອງເມືອງ ພະນັກງານຫຼັກແຫຼ່ງ, ຄະນະພັກຄະນະບັນຊາ, ສະມາຊິກພັກ, ທະຫານ, ຕຳຫຼວດ ຮັບຮູ້ເຂົ້າໃຈເຊື່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊິ່ງ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ຄວາມເປັນເຈົ້າໃນການປະຕິບັດພັນທະໜ້າທີ່ຂອງແຕ່ລະພາກສ່ວນຢ່າງທົ່ວເຖິງ ເປັນການສ້າງບາດກ້າວບຸກທະລຸໃນການພັດທະນາຮັບປະກັນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ ຮັບປະກັນການພັດທະນາແບບຢືນຍົງຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ເຊິ່ງຈະເປັນເງື່ອນໄຂພຶື້ນຖານຮັບປະກັນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ນັບມື້ເປັນຮູບປະທໍາດີຂຶ້ນເປັນກ້າວໆ ດ້ວຍຈິດໃຈບຸກທະລຸ ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນບັນດາເຜົ່າພາຍໃນເເຂວງ ເຮັດໃຫ້ແຂວງ, ເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ບົນພື້ນຖານຄວາມຮັບຮູ້ເຂົ້າໃຈເພື່ອແນ່ໃສ່ການແກ້ໄຂບັນຫາຕົວຈິງຂອງພັກ, ຂອງຊາດ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງແຂງແຮງກວ່າເກົ່າ ເພື່ອສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດໃນການສຶບຕໍ່ນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ໂດຍ: ສິດທິພອນ ທີແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa