

ໃນວັນທີ 8 ພະຈິກ 2025 ນີ້ ຢູ່ທີ່ ສະໂມສອນ ຂອງກອງບັນຊາການທະຫານ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ, ອົງຄະນະພັກ ກອງບັນຊາການທະຫານແຂວງໄຊຍະບູລີ ແລະ ປະກາດການຈັດຕັ້ງ ຢູ່ກອງບັນຊາການທະຫານເມືອງ,ກອງຮ້ອຍທະຫານ ຊາຍແດນ 152, ໂດຍການເປັນປະທານຂອງ ສະຫາຍ ພົວ ປອ ບຸນຍອງ ດວງດີ ກຳມະການປະຈໍາພັກແຂວງ,ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງ, ກອງຮ້ອຍຊາຍແດນ 152, ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ
ໃນພິທີ ສະຫາຍ ພົວ ປອ ບຸນຍອງ ດວງດີ ກຳມະການປະຈໍາພັກແຂວງ,ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ,ໃຫ້ກຽດເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສະມາຊິກພັກຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ແລະຂອງກອງບັນຊາການທະຫານແຂວງໄຊຍະບູລີ.
ຈາກນັ້ນ, ສະຫາຍ ພັຕ ສົມທອງ ແພງມີສຸກ ຮອງຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງຂອງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 5431/ກປທ ,ລົງວັນທີ 28 ສິງຫາ 2025 ວ່າດ້ວຍການ ອະນຸມັດໃຫ້ ສະຫາຍ ພັທ ວິໄລ ອຸດົມຜົງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງເງິນ ພັກການເພື່ອກຽມຮັບບຳນານ, ຜ່ານຂໍ້ຕົກລົງ ສະບັບເລກທີ 5429/ກປທ, ລົງວັນທີ 28 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັທ ບຸນເງິນ ແສງສຸວັນ ຫົວໜ້າພະແນກຫ້ອງການບໍລິຫານ, ເປັນຫົວໜ້າການທະຫານກອງບັນຊາການທະຫານເມືອງເງິນ, ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 5802 /ກມທ,ລົງວັນທີ 20 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັຕ ອິນສະແຫວງ ສຸກສະຫວັດ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 152 ໄປເປັນຫົວໜ້າພະແນກຫ້ອງການ-ບໍລິຫານ ກອງບັນຊາການທະຫານເມືອງເງິນ, ຂໍ້ຕົກລົງຂອງກອງບັນຊາການທະຫານແຂວງໄຊຍະບູລີ ສະບັບເລກທີ 638/ກບຊ,ລົງວັນທີ 25 ມີຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 152; ກອງບັນຊາການທະຫານແຂວງໄຊຍະບູລີ ຕົກລົງແຕ່ງຕັ້ງ ສະຫາຍ ພັຕ ສົມພິດ ອິນທະຈັກ ຮອງຫົວໜ້າການທະຫານ ຂຶ້ນເປັນຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 152, ສະຫາຍ ຮອ ສາຍລົມ ລາວມະ ຫົວໜ້າຂະແໜງສູ້ຮົບ ກອງບັນຊາການທະຫານເມືອງເງິນ ໄປເປັນຮອງຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 152.ຜ່ານມະຕິຂອງຄະນະປະຈຳພັກເມືອງ ເລກທີ 278/ຄພມ.ມງ ,ລົງວັນທີ 7 ພະຈິກ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກຮາກຖານ ກອງບັນຊາການທະຫານເມືອງເງິນ; ຄະນະປະຈຳພັກເມືອງ ຕົົົົົົົກລົງແຕ່ງຕັ້ງ ສະຫາຍ ພັທ ບຸນເງິນ ແສງສຸວັນ ຫົວໜ້າການທະຫານ ເປັນຮອງເລຂາຄະນະພັກຮາກຖານ ກອງບັນຊາການທະຫານເມືອງເງິນ.ຜ່ານບົດສະຫຼຸບຫຍໍ້ ໃນການນຳພາ-ຊີ້ນຳ ໃນໄລຍະຜ່ານ ,ພ້ອມທັງເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ໃຫ້ຜູ້ໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນຳກົມກອງ.
ໃນພິທີດັ່ງກ່າວ ສະຫາຍ ພົວ ປອ ບຸນຍອງ ດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ ,ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ໜ້າທີ່ໃໝ່ ຕະຫຼອດຮອດ ນາຍ ແລະ ພົນທະຫານ 2 ກົມກອງ, ຈົ່ງພ້ອມກັນເອົາໃຈໃສ່ສືກສາຄົ້ນຄວ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດ .
ພາບ-ຂ່າວໂດຍ: ສົມຄິດ ຂຽວສີຟ້າ.