ທາບທາມບຸກຄະລາກອນ ຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງສະໄໝທີ VIII ຮອບທີ I ຢູ່ເມືອງຫົງສາ ແຂວງໄຊຍະບູລີ.

ໃນຕອນເຊົ້າຂອງວັນທີ 14 ສິງຫາ 2025ນີ້, ເມືອງຫົງສາໄດ້ທາບທາມບຸກຄະລາກອນ ຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກແຂວງສະໄໝທີ VIII ຮອບທີ I ຢູ່ທີ່ສະໂມສອນຂອງເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ, ມີສະຫາຍ ປອ ສິນນະຄອນ ດວງບັນດິດ ຮອງຫົວໜ້າກົມຈັດຕັ້ງພັກ ຄະນະຈັດຕັ້ງສູນກາງພັກ, ມີຄະນະບໍລິຫານງານພັກເມືອງ, ທິມງານຂອງແຂວງ, ເລຂາ-ຮອງເລຂາຫນ່ວຍພັກ, ຫົວໜ້າ-ຮອງ ຫົວໜ້າຫ້ອງການ, ກົມກອງ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງຂອງເມືອງ ເຂົ້າຮ່ວມ.

ສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ຂຶ້ນລາຍງານສະພາບເສດຖະກິດສັງຄົມຂອງເມືອງ ໂດຍສັງເຂບ, ຫຼັງຈາກນັ້ນ ສະຫາຍ ນາງກັນດາວອນ ຄຳຕາ ຫົວໜ້າຂະແໜງກວດກາພັກ ຄະນະກວດກາພັກແຂວງ ໄດ້ຜ່ານມາດຖານ, ເງື່ອນໄຂຂອງກຳມະການຄະນະບໍລິຫານງານພັກແຂວງ, ມາດຕະຖານສະເພາະແມ່ນມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ,ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ; ມີຄວາມບໍລິສຸດສັດຊື່ຕໍ່ພັກ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ ແລະ ໝູ່ຄະນະ, ມີແບບແຜນດຳລົງຊີວິດປອດໃສ, ບໍ່ສວຍໃຊ້ຖານະຕຳແໜ່ງ, ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ, ພັກພວກ, ທ້ອງຖິ່ນ ແລະ ຊົນເຜົ່າຂອງຕົນ; ມີຄວາມຮູ້ດ້ານທິດສະດີການເມືອງ, ວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ, ຮູ້ເຕົ້າໂຮມຄວາມສາມັກຄີ, ຮູ້ປຸກລະດົມຂົນຂວາຍມະຫາຊົນ, ຮູ້ຈັດຕັ້ງນຳພາພະນັກງານ, ສະມາຊິກພັກ ປະຕິບັດໜ້າທີ່ການເມືອງຢູ່ຂະແໜງການ ແລະ ທ້ອງຖິ່ນຕົນແຕ່ລະໄລຍະ; ສາມາດອຳນວຍຄວບຄຸມວຽກງານ, ມີປະສົບການໃນໜ້າທີ່ວຽກງານຂົງເຂດທີ່ຕົນຮັບຜິດຊອບມີຄວາມສາມາດແກ້ໄຂກໍລະນີຕ່າງໆ ຢ່າງຄ່ອງແຄ້ວຖືກຕ້ອງ ແລະ ທັນເວລາ. ການເລືອກເຟັ້ນບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນໂຄງປະກອບຄະນະບໍລິຫານງານພັກ ແຕ່ລະຂັ້ນ ຕ້ອງຮັບປະກັນໂຄງປະກອບເພດ, ເຜົ່າ ມີຈໍານວນເພີ່ມຂຶ້ນ ຕາມຈຸດພິເສດສະເພາະ ຂອງຄະນະພັກ ແຕ່ລະຂັ້ນ; ໃຫ້ເອົາໃຈໃສ່ 3 ຮຸ່ນ (ອາວຸໂສ, ກາງ, ໜຸ່ມ), ມີທັງຜູ້ເກົ່າ, ຜູ້ໃໝ່ໃນອັດຕາສ່ວນ ທີ່ເໝາະສົມ; ໃນນັ້ນ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ໃຫ້ກວມອັດຕາສ່ວນຫຼາຍ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນ, ຕໍ່ເນື່ອງໃນສະເພາະໜ້າ, ຍາວນານ ຕາມທິດຫັນເປັນໜຸ່ມ, ຄະນະບໍລິຫານງານພັກ ຕ້ອງແມ່ນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດ, ມີລະດັບຄວາມຮູ້,ຄວາມສາມາດ ແລະ ບົດຮຽນພຶດຕິກຳ, ມີແບບແຜນວິທີນຳພາ ເເລະ ວິທີເຮັດວຽກຖືກຕ້ອງ, ເປັນແບບຢ່າງໃນການເຄົາລົບ, ປະຕິບັດກົດລະບຽບພັກ, ກົດໝາຍຂອງລັດ, ມີແບບແຜນດຳລົງຊິວິດຖືກຕ້ອງປອດໃສ, ບໍ່ສໍ້ລາດບັງຫຼວງ, ໄດ້ຮັບຄວາມເຊື່ອຖື ໄວ້ວາງໃຈຈາກສະມາຊິກພັກ, ມະຫາຊົນ ແລະ ມີສຸຂະພາບດີ. ພ້ອມນີ້ຍັງໄດ້ແນະນໍາວິທີການທາບທາມ ແລະ ດຳເນີນວິທີການທາບທາມ ຮອບທີ I.

ໃນໂອກາດນີ້ ສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ມີຄຳເຫັນຊີ້ນຳ ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງໄຊຍະບູລີ  ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ມີຂະບວນການຮອບດ້ານທີ່ຟົດຟຶ້ນ ແລະ ມີຜົນສຳເລັດ.

ຂ່າວ-ພາບ: ຖວທ ຫົງສາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa