ທ່ານຮອງລັດຖະມົນຕີໂອ້ລົມຄະນະພັກພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ

ວັນທີ 1 ສິງຫາ 2025 ນີ້ ຢູ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ.ເຂົ້າຮ່ວມຮັບຟັງຂອງທ່ານ ພົງແກ້ວ  ບຸນຍາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ,  ທ່ານ ປອ ສົມພັນ ແພງສີດາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງໄຊຍະບູລີ, ມີຄະນະພັກ, ຫົວໜ້າ, ຮອງຫົວໜ້າຂະແໜງ ການພ້ອມດ້ວຍພາກສ່ວນທີ່ກ່ຽວເຂົ້າຮ່ວມ.

ເນື້ອງໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຂອງທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມໃນຄັ້ງນີ້ຢັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະການນໍາພາ-ຊີ້ນໍາ ຂອງ 2 ພະແນກຄື: ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງໄຊຍະບູລີ ເຫັນວ່າມີຄວາມເອົາໃຈໃສ່ຊີ້ນຳ ນຳພາເຮັດໃຫ້ພະນັກງານລັດຖະກອນມີແນວ ຄິດອຸ່ນອ່ຽນທຸ່ນທຽ່ງເຊື້ອໜັ້ນຕໍ່ການນຳພາຂອງພັກ-ລັດໃນການຈັດຕັ້ງປະຕິບັດລະບຽບຢ່າງເຂັ້ມງວດເຮັດສຳລັດໜ້າທີ່ການຈັດຕັ້ງມອບໝາຍໃຫ້, ທ່ານ ປອ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ຮຽກຮ້ອງມາຍັງຄະນະພະແນກ 2 ພະແນກດັ່ງກ່າວຈົ່ງໄດ້ເອົາໃຈໃສ່ສືກສາອົບຮົມດ້ານ ການເມືອງແນວຄິດໃຫ້ແກ່ສະມາຊີກພັກພະນັກງານໃຫ້ມີຄວາມໜັກແໜ້ນຕັ້ງໜ້າປັບປຸງການຈັດຕັ້ງຂອງພະແນກ ໃຫ້ມີຄວາມເຂັ້ມແຂງໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດຕາມພາລະບົດບາດ ແລະ ໜ້າທີ່ຂອງ ຕົນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບສູງ,ພ້ອມກັນຊຸກຍູ້ໃຫ້ແກ່ວຽກງານຂອງພະແນກໄດ້ມີຜົນສຳເລັດເປັນຕົ້ນ ແມ່ນເອົາໃຈໃສ່ຊຸກຍູ້ໃຫ້ແກ່ພໍ່ແມ່ປະຊາຊົນໄດ້ມີກາພັດທະນາເສດຖະກິດ-ສັງຄົມເຊັ່ນ:ການປູກການລ້ຽງ.ການຜະລິດສີນຄ້າ,ສະບຽງອາຫານໃຫ້ມີຄວາມເຂັ້ມແຂງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa