

ໃນຕອນແລງວັນທີ 14 ພະຈິກ 2025 ນີ້ຢູ່ທີ່ສະໂມສອນເມືອງຄອບ ແຂວງໄຊຍະບູລີ ທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ ໄດ້ພົບປະໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ຜູ້ບໍລິຫານການສຶກສາ, ໂດຍມີ ທ່ານ ຊອນ ໄຊຍະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຜູ້ບໍລິຫານການສຶກສາ, ພະນັກງານອາວຸໂສບໍານານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ສົມນຶກ ສິງຄໍາ ເລຂາພັກເມືອງ ໄດ້ສະແດງຄວາມຢື້ຢາມຖາມຂ່າວ, ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງບັນດາຜູ້ບໍລິຫານການສຶກສາ ແລະ ຄູອາຈານທີ່ຍາດໄດ້ຜົນສໍາເລັດໃນສົກຮຽນຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາທີ່ສໍາຄັນຈໍານວນໜຶ່ງເພື່ອເປັນຈຸດສຸມໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ຄື: ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານຄູ-ອາຈານ ແລະ ນັກຮຽນຢ່າງເລິກເຊິ່ງກວ້າງຂວາງ, ເຮັດດ້ວຍຫລາຍວິທີ ເພື່ອກໍາແໜ້ນ, ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກໍາໄດ້ບັນດາຄາດໝາຍສູ້ຊົນຂອງພັກ ຕິດພັນກັບນິຕິກໍາຕ່າງໆ, 3 ລັກສະນະ, 5 ຫລັກມູນການສຶກສາ, 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາ, ເອົາໃຈໃສ່ຍົກລະດັບຄຸນນະພາບການສຶກສາໃຫ້ມີການຫັນປ່ຽນຢ່າງຕັ້ງຫນ້າ ແລະ ໃຫ້ມີຄຸນນະພາບຫລາຍຂື້ນ, ສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ສາມາດຕອບສະໜອງປັດໃຈຕ່າງໆໃຫ້ແກ່ການປັບປຸງຄຸນນະພາບ, ປະສານສົມທົບກັບທຸກພາກສ່ວນໃນສັງຄົມ ແລະ ຄອບຄົວ ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນຖັນແຖວນັກຮຽນ ຕົ້ນຕໍແມ່ນການປະສານສົມທົບລະຫວ່າງຄອບຄົວ, ໂຮງຮຽນ ແລະ ສັງຄົມ ໃຫ້ມີຄວາມຮັບຜິດຊອບໃນການເບິ່ງແຍງດູແລຕິດຕາມການເຄື່ອນໄຫວ ແລະ ເອົາໃຈໃສ່ຕັກເຕືອນສັ່ງສອນລູກໃນທາງທີ່ດີ, ສ່ວນຄູ-ອາຈານກໍຕ້ອງມີຄວາມຮັບຜິດຊອບໃນການສຶກສາຖ່າຍທອດຄວາມຮູ້ດ້ານວິຊາການ ແລະ ນໍາພາຈັດຕັ້ງປະຕິບັດວຽກງານທີ່ມີຜົນປະໂຫຍດ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງການສຶກສາໃຫ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.
———-
ພາບ-ຂ່າວ: ພົມມະນີ ອິນສະຫວັນ