ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ.

ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ.
…………………………..
ໃນລະຫວ່າງວັນທີ 19-20 ມິຖຸນາ 2024 ນີ້ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ, ຮອງປະທານຄະນະກວດກາສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງ, ຮອງຄະນະໂຄສະນາອົບຮົມສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມທີມງານຈາກສູນກາງ, ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ.
ໃນໂອກາດທີ່ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃນຄັ້ງນີ້ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຮ່ວມຢອດຢາໃຫ້ຫຼານນ້ອຍໃນໂຮງຮຽນອະນຸບານມາຖາ ແລະ ປູກຕົ້ນໄມ້ຢູ່ສະໜາມຊ້າງນ້ອຍກ໊ອບ. ຈາກນັ້ນ ໄດ້ພົບປະໂອ້ລົມການນໍາຂອງແຂວງ, ພະນັກງານຫຼັກແຫຼງຂອງແຂວງ-ເມືອງ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ເຊິ່ງກ່ອນອື່ນ ທ່ານຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ຮັບຟັງການລາຍງານໂດຍສັງເຂບສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ 6 ເດືອນຜ່ານມາ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024. ຕະຫຼອດໄລຍະຜ່ານມາ ເຖິງແມ່ນວ່າສະພາບ ຂອງສາກົນ ແລະ ພາກພື້ນ ຍັງສຶບຕໍ່ມີການຜັນແປຢ່າງສັບສົນ ເປັນຕົ້ນແມ່ນຂໍ້ຂັດແຍ່ງທາງດ້ານການເມືອງ, ເສດຖະກິດ-ການຄ້າ ຂອງປະເທດມະຫາອໍານາດ, ທີ່ເກີດຂຶ້ນຢູ່ໃນບາງພາກພື້ນຂອງໂລກ ເຊິ່ງມັນໄດ້ໄດ້ສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ເວົ້າລວມ, ເວົ້າສະເພາະແຂວງໄຊຍະບູລີ ຂອງພວກເຮົາ ຍັງປະເຊີນໜ້າກັບວິກິດການທາງດ້ານເສດຖະກິດ ເປັນຕົ້ນ: ໄພເງິນເຟີ້, ນໍ້າມັນແພງ, ຄ່າຄອງຊີບສູງ, ບວກກັບໄພທຳມະຊາດ, ການລະບາດພະຍາດຄົນ-ສັດ ແລະ ບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ອັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ ຂອງສະມາຊິກພັກ-ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ. ແຕ່ເຖິງຢ່າງໃດກໍ່ຕາມພາຍໃຕ້ການນຳພາ-ຊີ້ນໍາ ຂອງພັກ ແລະ ລັດຖະບານ ດ້ວຍຄວາມຮັບຜິດຊອບຢ່າງເປັນເຈົ້າການ ຂອງຄະນະພັກ-ອົງການປົກຄອງແຂວງ, ບວກກັບການປະກອບ ສ່ວນຢ່າງຕັ້ງໜ້າຂອງຜູ້ປະກອບການພາຍໃນ-ຕ່າງປະເທດ ແລະ ຄວາມບຸກບືນ-ຕື່ນຕົວ ຂອງປະຊາຊົນບັນດາເຜົ່າ ພວກເຮົາສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ໃນຫຼາຍດ້ານ, ສິ່ງທີ່ເປັນພື້ນຖານສໍາຄັນແມ່ນແຂວງພວກເຮົາ ຍັງສຶບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ-ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນໄລຍະ 6 ເດືອນ ຜ່ານມາ, ຕີລາຄາຜົນໄດ້ຮັບບາງດ້ານຄື: ເສດຖະກິດຂອງແຂວງ ຄາດວ່າໝົດປີຈະເຕີບໂຕໃນລະດັບ 5,5%, ລວມຍອດຜະລິດຕະພັນພາຍໃນ 15.762 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 36,93 ລ້ານກີບ, ການລົງທຶນຂອງລັດຜ່ານມາແມ່ນພົບຄວາມຫຍຸ້ງຍາກ ສໍາຫຼັບພາກເອກະຊົນ ຫຼັງຈາກຜ່ານຊ່ວງວິກິດຂອງພະຍາດໂຄວິດ-19 ເປັນຕົ້ນມາ ແມ່ນເຫັນວ່າຄ່ອຍໆດີຂື້ນ ຄາດຄະເນວ່າຈະສາມາດບັນລຸຕາມແຜນ ວາງໄວ້, (ຮອດວັນທີ 16/5/2024) ເກັບລາຍຮັບເຂົ້າງົບປະມານ ໄດ້ທັງໜົດ 1,053.63 ຕື້ກີບ, ເທົ່າກັບ 50,36% ຂອງແຜນການປີ, ໃນນີ້; ພູດສູນກາງ ປະຕິບັດໄດ້ 575,65 ຕື້ກີບ, ກວມ 41,81%, ລາຍຮັບພາຍໃນ ປະຕິບັດໄດ້ 477,98 ຕື້ກີບ, ເທົ່າກັບ 66,82%, ດ້ານລາຍຈ່າຍ ປະຕິບັດໄດ້ 297,02 ຕື້ກີບ, ເທົ່າກັບ 56,20% ຂອງແຜນການປີ ແລະ ເບິກຈ່າຍເງິນເດືອນ, ເງິນອຸດໜູນນະໂຍບາຍ ໃຫ້ແກ່ພະນັກງານລັດຖະກອນ ເດືອນ 5 ສໍາເລັດ ແລະ ພວມສຶບຕໍ່ຈ່າຍເດືອນ 6 ຈໍານວນໜື່ງ.ການລົງທຶນທົ່ວສັງຄົມ ທັງໝົດ 1,049.03 ຕື້ກີບ ເທົ່າກັບ 24,64% ຂອງແຜນການປີ, ໃນນີ້: ການລົງທຶນຂອງລັດໃນປີ 2024 ມີທັງໝົດ 378 ໂຄງການ ມູນຄ່າ 58,46 ຕື້ກີບ ໃນນັ້ນ ມີທຶນຊໍາລະໜີ້ ຈໍານວນ 26,98 ຕື້ກີບ ກວມເອົາ 46% ຂອງທຶນທັງໝົດ. ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ ໃນປີ 2024 ຄາດວ່າຈະໄດ້ຮັບ 36 ໂຄງການ ມູນຄ່າ 322,29 ຕື້ກີບ, ປະຕິບັດໄດ້ 26 ໂຄງການ ມູນຄ່າ 22,47 ຕື້ກີບ, ເທົ່າກັບ 18% ຂອງແຜນການປີ. ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 361,43 ຕື້ກີບ ເທົ່າກັບ 16,89% ຂອງແຜນການປີ. ແຫ່ງທຶນໄດ້ຈາກການປ່ອຍສິນເຊື່ອຂອງບັນດາທະນາຄານ ໄດ້ທັງຫມົດ 606,63 ຕື້ກີບ ເທົ່າກັບ 24% ຂອງແຜນປີ. ວຽກງານກໍ່ສ້າງາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ການແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ: ຄະນະພັກ, ຄະນະນຳທຸກຂັ້ນ ໄດ້ສືບຕໍ່ນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ ລົງເຜີຍແຜ່ ແລະ ຜັນຂະຫຍາຍ ຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ, ໂດຍສະເພາະແມ່ນ ຄຳສັ່ງ ເລກທີ 233/ຄລສພ, ບົດແນະນຳ ເລກທີ 02/ຫສພ ແລະ ແຈ້ງການ ເລກທີ 106/ຫສພ ໂດຍຫັນມາເປັນບົດແນະນຳ ຂອງແຂວງ ເລກທີ 01/ຄພຂ.ຊຍ, ເພື່ອສຶບຕໍ່ຈັດຕັ້ງປະຕິບັດວຽກງານຢ່າງມີຈຸດສຸມ, ສອດຄ່ອງກັບສະພາບຕົວຈິງ; ສຸມໃສ່ປັບປຸງຮາກຖານພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການດໍາເນີນຊີວິດການເມືອງກາງສະໄໝ ເຮັດໃຫ້ລະບົບການເມືອງໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ທົ່ວແຂວງໄຊຍະບູລີ ມີ 11 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການ ປກຊ-ປກສ, ມີການຈັດຕັ້ງຮາກຖານພັກທັງໝົດ 1.389 ຮາກຖານ, ມີ 85 ຄະນະພັກຮາກຖານ, ມີ 896 ໜ່ວຍພັກ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 408 ໜ່ວຍ, ສະເພາະຢູ່ຮາກຖານກບ້ານ ມີຄະນະພັກຮາກຖານບ້ານໃຫຍ່ 9 ຮາກຖານ, ມີໜ່ວຍພັກຮາກຖານບ້ານທັງໝົດ 443 ໜ່ວຍ, ຜ່ານການປະເມີນຕີລາຄາແບ່ງປະເພດໜ່ວຍພັກຕາມ 5 ດ້ານ ຂອງການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ປະເພດແຂງ 348 ໜ່ວຍ, ກວມ 78,5%, ປະເພດກາງ 92 ໜ່ວຍ, ປະເພດອ່ອນ 3 ໜ່ວຍ, ໄດ້ປະຕິບັດນະໂຍບາຍຫັນພະນັກງານແຂວງ ລົງສູ່ຮາກຖານເມືອງ 24 ສະຫາຍ (ເປັນເລຂາ, ຮອງເລຂາ, ຮອງເຈົ້າເມືອງ 8 ສະຫາຍ, ຫົວໜ້າ, ຮອງຫົວໜ້າຫ້ອງການ 16 ສະຫາຍ), ສຸມໃສ່ສ້າງບ້ານພັດທະນາ, ຄອບຄົວພັດທະນາ ບັນລຸມາດຕະຖານ 36,979 ຄອບຄົວ, ເທົ່າກັບ 46,12%, ບໍ່ບັນລຸ 43,199 ຄອບຄົວ ເທົ່າກັບ 53,88%; ບ້ານບັນລຸມາດຕະຖານພັດທະນາ 145 ບ້ານ ເທົ່າກັບ 33,72%, ບໍ່ບັນລຸ 285 ບ້ານ ເທົ່າກັບ 66,27%, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໄດ້ 8 ຈຸດ, ສ້າງເມືອງເຂັ້ມແຂງຮອບດ້ານ ຍັງບໍ່ທັນບັນລຸ (ສ່ວນຫຼາຍແມ່ນຍ້ອນດ້ານລາຍຮັບ), ນໍາພາແກ້ໄຂຄວາມທຸກຍາກ ຕາມມາຕະຖານດໍາລັດ 348/ລບ ເຫັນວ່າແຂວງຂອງພວກເຮົາ ຍັງມີຄອບຄົວບໍ່ພົ້ນທຸກ 29.091 ຄອບຄົວ, ເທົ່າກັບ 36,28% ຂອງຄອບຄົວທັງໝົດ, ມີບ້ານບໍ່ພົ້ນທຸກ 115 ບ້ານ, ກວມເອົາ 26,74% ແລະ ຍັງມີເມືອງທຸກຍາກ 3 ເມືອງ (ເມືອງໄຊຍະບູລີ, ໄຊສະຖານ ແລະ ເມືອງຊຽງຮ່ອນ). ຖ້າທຽບໃສ່ສະໄໝຜ່ານມາເຫັນໄດ້ວ່າ ການພັດທະນາໃນດ້ານຕ່າງໆ ໃນຂັ້ນຄອບຄົວ, ຂັ້ນບ້ານ ແລະ ຂັ້ນເມືອງ ມີການຂະຫຍາຍຕົວດີຂຶ້ນ. ຈາກນັ້ນ ທ່ານ ປອ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມໂດຍທ່ານໄດ້ເໜັ້ນໜັກໃຫ້ການນໍາຂອງແຂວງ, ຂອງເມືອງຈົງໄດ້ເອົາໃຈໃສ່ 6 ບັນຫາຫຼັກເຊັ່ນ: ສຶບຕໍ່ເອົາໃຈໃສ່ນໍາພາເຮັດ ວຽກງານການເມືອງ-ແນວຄິດ ໃນທົ່ວລະບົບການເມືອງ ແລະ ທົ່ວສັງຄົມ ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ແທດກັບຕົວຈິງຕາມແຕ່ລະເປົ້າໝາຍ ໄປຄຽງຄູ່ກັບການປຸກລະ ດົມນໍ້າໃຈແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍສະເພາະ ໃນສະພາບຫຍຸ້ງຍາກທາງດ້ານເສດຖະກິດຄືແນວນີ້, ເຮັດແນວໃດ ໃຫ້ພະນັກ ງານ, ຄູອາຈານ, ແພດໝໍ, ທະຫານ, ຕໍາຫຼວດ ກໍ່ຄືປະຊາຊົນບັນດາເຜົ່າໃຫ້ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຍົກສູງສະຕິຄວາມ ເປັນເຈົ້າຂອງປະເທດຊາດ ກໍ່ຄືນໍ້າໃຈບຸກບືນສູ້ຊົນຜ່ານຜ່າ, ສຶບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ ບັນດາມາດຕະການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເປັນຕົ້ນ ແມ່ນ ການປະຕິບັດວາລະແຫ່ງຊາດທີ່ສູນກາງ ແລະ ແຂວງ ໄດ້ວາງອອກໃຫ້ ເກີດຜົນຕົວຈິງແທ້, ຖ້າຍັງເຫັນຈຸດໃດຫຍຸ້ງຍາກ ໃຫ້ພ້ອມກັນສຸມໃສ່ ນໍາພາແທ້; ໃນນັ້ນ, ແມ່ນຕ້ອງນໍາໃຊ້ມາດຕະການທາງເສດຖະກິດ , ເອົາການພັດທະນາເສດຖະກິດເປັນໃຈກາງ ຕາມທິດສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຊຸກຍູ້ການຜະລິດຂອງປະຊາຊົນໃຫ້ຫຼາຍ, ຕ້ອງຖືເອົາຄອບຄົວປະຊາຊົນເປັນກໍາລັງແຮງ ແລະ ເປັນໃຈກາງ-ເປັນຈຸດເລິ່ມຂອງການພັດທະນາ, ເອົາໃຈໃສ່ພັດທະນາຂົງເຂດວັດທະນະທໍາ-ສັງຄົມ ໃຫ້ສົມຄູ່ ກັບການພັດທະນາດ້ານເສດຖະກິດ ໂດຍສະເພາະ ແມ່ນບັນຫາຄຸນນະພາບການສຶກສາສາມັນ ເຊິ່ງແຂວງ-ເມືອງ-ອໍານວຍການໂຮງຮຽນ ຕ້ອງຮ່ວມກັບການຈັດຕັ້ງບ້ານ ແລະ ຄອບຄົວ ພ້ອມກັນຄົ້ນຄວ້າປຶກສາຫາລືຊອກຫາວິທີການແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນຂະແໜງນີ້ ເຊັ່ນ: ບັນຫາຄູອາສາ, ການຂາດແຄນຄູສອນ, ຫ້ອງຮຽນຄັບແຄບບໍ່ ໄດ້ມາດຕະຖານ, ອັດຕາການເຂົ້າຮຽນຕໍ່າ ແລະ ການປະລະການຮຽນຢູ່ແຕ່ລະຮາກຖານບ້ານ, ຕ້ອງຖືນະໂຍບາຍເອົາການສຶກສາໄປກ່ອນກ້າວໜ້າ ຢ່າງຕໍ່ເນື່ອງ ແລະ ເຮັດຢ່າງສຸດກົກສຸດປາຍແທເພີ່ມທະວີຄວາມເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບ ດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໃຫ້ເປັນຂະບວນຟົດຟື້ນຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງແຕ່ຮາກຖານ ຫຼື ແຕ່ລະຄອບຄົວຂຶ້ມາ, ສຶບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ ສຸມກໍາລັງເຂົ້າໃສ່ການປັບປຸງລະບົບການເມືອງໃຫ້ ເຂັ້ມແຂງແຕ່ຮາກຖານຂຶ້ນມາ ຕິດພັນກັບການດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ຕາມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ ແລະ ບັນດາບົດແນະນໍາ ຂອງຂະແໜງການກ່ຽວຂ້ອງ; ສຸມໃສ່ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ເຂັ້ມແຂງສ້າງໜ່ວຍພັກທີ່ສາມາດນໍາພາເຮັດພາລະບົດບາດຂອງຕົນໄດ້ຢ່າງຕັ້ງໜ້າແທ້ ແລະ ໃຫ້ຖືສໍາຄັນການປັບປຸງບັນດາການຈັດຕັ້ງຢູ່ຂັ້ນ ຮາກຖານ ເຊັ່ນ: ອົງການປົກຄອງ, ແນວໂຮມ, ໜ່ວຍສະຫະພັນນັກ ຮົບເກົ່າ, ການຈັດຕັ້ງຊາວໜຸ່ມ, ແມ່ຍິງ, ກອງຫຼອນ, ປກສ ແລະ ການ ຈັດຕັ້ງອື່ນໆໃຫ້ໜັກແໜ້ນເຂັ້ມແຂງ, ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ແຂງແຮງ, ຕ້ອງຫັນພະນັກງານລົງປະຈໍາການຕ່າງໆ ນໍາພາເຮັດວຽກງານສ້າງທ່າສະໜາມສາມຂັ້ນກໍ່ຄືການສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນໃຫ້ເຂັ້ມແຂງ ໂດຍການປັບປຸງກໍາລັງປະກອບອາວຸດ ແລະ ເຄິ່ງປະກອບອາວຸດຢູ່ຮາກຖານໃຫ້ເຂັ້ມແຂງ; ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດກໍ່ຄືບັນຫາຫຍໍ້ທໍ້ອື່ນໆ ຢ່າງຕັ້ງໜ້າກວ່າເກົ່າ ເຊິ່ງ ຕ້ອງເນັ້ນໜັກແກ້ໄຂບັນຫານີ້ເລີ່ມແຕ່ຄອບຄົວ ແລະ ຫົວໜ່ວຍຮາກຖານຕ່າງໆ, ຕ້ອງສ້າງຄວາມເຂົ້າໃຈ ແລະ ສ້າງເງື່ອນໄຂໃຫ້ທຸກພາກສ່ວນ, ທຸກຫົວໜ່ວຍຄອບຄົວກໍ່ຄືທົ່ວສັງຄົມເຂົ້າຮ່ວມ, ເພິ່ມທະວີວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ມີການຫັນປ່ຽນທີ່ແຂງແຮງເຂົ້າສູ່ຄຸນນະພາບໃໝ່: ວຽກງານປັບປຸງກໍ່ສ້າງພັກແມ່ນໃຫ້ສຸມໃສ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນໂດຍຮັບປະກັນເຮັດໃຫ້ດີ 3 ວຽກຕົ້ນຕໍຄື: ວຽກຊຸກຍູ້ສ້າງຂະບວນການ; ວຽກກະກຽມເນື້ອໃນ ແລະ ວຽກບຸກຄະລາກອນ, ສໍາລັບວຽກບຸກຄະລາກອນຕ້ອງເອົາໃຈໃສ່ເຮັດຊີວິດການເມືອງພາຍໃນສະມາຊິກພັກ ແລະ ຄະນະພັກໃຫ້ເລິກເຊິ່ງເພື່ອປັບປຸງພາຍໃນພັກໃຫ້ເຂັ້ມແຂງ.

ຂ່າວ+ພາບ: ສີນົນ ອ່ອນສາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa