ທ່ານ ພົງສະຫວັນ ສິດທະວົງ ເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ ລົງເຄື່ອນໄຫວເຮັດວຽກ ຢູ່ກອງພັນໃຫຍ່ 301 ກອງພົນທີ 3.

ໃນວັນທີ 21 ເມສາ 2025 ນີ້້ ທ່ານ ພົງສະຫວັນ ສິດທະວົງ ຄະນະກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ ແລະ ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ເມືອງ ຊຽງຮ່ອນ ພ້ອມດ້ວຍທິມງານຂອງແຂວງ ແລະ ເມືອງ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມກອງພັນໃຫຍ່ 301 ໂດຍການຕ້ອນຮັບຂອງສະຫາຍ ພັນໂທ ຄໍາຫຼ້າ ພັນທະຈັກ ເລຂາຄະນະພັກ – ຫົວໜ້າການເມືອງກອງພັນໃຫຍ່ 301 ມີ ສະຫາຍ ພັນເອກ ແສງທອງ ເພັງຄໍາພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 301 ມີຄະນະພັກ – ຄະນະບັນຊາພະແນກໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຈຸດປະສົງໃນການລົງມາເຮັດວຽກໃນຄັ້ງນີ້ ແມ່ນລົງມາກວດກາ ເສັ້ນທາງເລກທີ 3603 ແຕ່ບ້ານຊ້າງ ຫາ ບ້ານຫົວເມືອງ ເມືອງຊຽງຮ່ອນ ແຂວງ ໄຊຍະບູລີ ພ້ອມນັ້ນກໍໄດ້ເຂົ້າຢ້ຽມຢາມຖາມຂ່າວ ມາຍັງຄະນະພັກ-ຄະນະບັນຊາ ແລະ ກຳລັງພາຍໃນກອງພັນໃຫຍ່ 301 ໃນໂອກາດທີ່ໄດ້ເຄື່ອນໄຫວຢູ່ກອງພັນໃຫຍ່ 301 ໃນຄັ້ງນີ້ ທ່ານ ຍັງໄດ້ກວດກາເສັ້ນທາງຢູ່ພາຍໃນຄ້າຍຄູກອງພັນໃຫຍ່ 301 ເພື່ອຈະປັບປຸງກໍ່ສ້າງເພື່ອການສັນຈອນໄປມາໃຫ້ມີຄວາມສະດວກ ທັງເປັນການສໍາຫຼວດແລ້ວມອບໝາຍໃຫ້ບໍລິສັດ ກໍຄືຜູ້ຮັບເໝົາໃຫ້ປະຕິບັດຕາມສັນຍາໂຄງການສຳເລັດຕາມແຜນການທີ່ວາງໄວ້.

………………

ຂ່າວ-ພາບ : ກອງພັນໃຫຍ່ 301

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa