ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຖະແຫຼງກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V.

ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຖະແຫຼງກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V ຕໍ່ທີມງານນັກຂ່າວແຂວງໄຊຍະບູລີ ວ່າ: ໂດຍປະຕິບັດຕາມ ມາດຕາ 77 ຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງປີ 2025 ກ່ຽວກັບການກໍານົດ ອາຍຸການຂອງສະພາປະຊາຊົນແຂວງ ຊຶ່ງມີອາຍຸການ 5 ປີເທົ່າກັບສະພາແຫ່ງຊາດ ແລະ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ຊຸດໃໝ່ ຕ້ອງໃຫ້ສຳເລັດພາຍໃນ 60 ວັນ, ກ່ອນສະພາຊຸດເກົ່າຈະ ໝົດອາຍຸການ. ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ, ແຈ້ງການແນະນໍາຂອງຄະນະກຳມະການ ເລືອກຕັ້ງລະດັບຊາດ ແລະ ແຜນດໍາເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແນໃສ່ເຮັດໃຫ້ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໄດ້ດໍາເນີນຖືກຕ້ອງຕາມກົດໝາຍ ແລະ ມີຜົນສໍາເລັດທັນຕາມກຳນົດເວລາທີ່ວາງໄວ້. ວັນທີ 5 ທັນວາ 2025 ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານວ່າດ້ວຍການເພີ່ມທະວີການຊີ້ນໍາ-ນໍາພາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໂດຍການເປັນປະທານຂອງ ສະຫາຍເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ; ມີບັນດາທ່ານກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ ກົມກອງອ້ອມຂ້າງແຂວງ; ເລຂາ – ຮອງເລຂາພັກເມືອງ, ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ ກອງປະຊຸມ ໄດ້ເຊື່ອມຊຶມ ມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການຊີ້ນໍາ-ນໍາພາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ສະບັບເລກທີ 26/ກມສພ, ລົງວັນທີ 12/9/2025, ຮ່າງມະຕິຂອງຄະນະປະຈໍາພັກແຂວງ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນໃນທົ່ວແຂວງ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V,ຮ່າງມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາ ມະການເລືອກຕັ້ງຂັ້ນແຂວງ ເພື່ອດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V,ຮ່າງແຜນການດໍາເນີນງານ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V. ເພື່ອສ້າງຄວາມເປັນເອກະພາບ ບັນດາທ່ານ ແຂກ, ຜູ້ແທນກອງປະຊຸມແມ່ນໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດ – ຄໍາເຫັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ,ມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 92, ລົງວັນທີ 5 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຄື: ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງເປັນປະທານ, ທ່ານ ດວງຕາ ໄຊວຸດຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະ ກຳມະການປົກຄອງແຂວງ  ເປັນຮອງປະທານ; ທ່ານ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງ     ເປັນຮອງປະທານ;ທ່ານ ອາເມ ຊົງເຍ້ຽເລັ່ງ ກໍາມະການປະຈຳພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ ເປັນກຳມະການ; ທ່ານ ຄໍາຫຼ້າ ຜິວວັນນາກຳມະການປະຈຳພັກແຂວງ, ເລຂາພັກເມືອງໄຊຍະບູລີ ເປັນກຳມະການ, ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ  ເປັນກໍາມະການ; ທ່ານ ພອນສະຫວັນ ໄຊສົມພັນ     ກໍາມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນກໍາມະການ; ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈຳພັກແຂວງ, ປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດ ເປັນກໍາມະການ; ທ່ານ ບຸດສະກອນ ອິນທະລັງສີ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ ເປັນກໍາມະການ, ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ, ຫົວໜ້າພະແນກສາທານະສຸກແຂວງ  ເປັນກໍາມະການ;      ທ່ານ ພົຈ.ວ ບຸນຍອງ ດວງດີ     ກໍາມະການປະຈຳພັກແຂວງ, ຫົວໜ້າການທະຫານກອງບັນ ຊາການທະຫານແຂວງ ເປັນກໍາມະການ;ທ່ານ ບຸນລ້ວນ ຊົມສີຫາປັນຍາ    ຮອງປະທານສະພາປະຊາຊົນແຂວງ      ເປັນກໍາມະການ;ທ່ານ ນາງ ວິລະພອນ ທອງພິມ    ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ  ເປັນກໍາມະການ; ທ່ານ ນາງ ບົວຈັນ ພັນທະວົງ ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ເປັນກໍາມະການ; ທ່ານ ນາງ ວັນນາ ພົມວິສອນ ກຳມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ ເປັນກໍາມະການ; ທ່ານ ບຸນດີ ທໍ່      ກຳມະການພັກແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ    ເປັນກໍາມະການ;ທ່ານ ທະວີສັກ ໄຊຍະວົງ  ກໍາມະການພັກແຂວງ, ຫົວໜ້າພະແນກການເງິນແຂວງ   ເປັນກໍາມະການ;ທ່ານ ພົຈ.ວ ກູດ ພົມມາ ປະທານ ສະຫະພັນນັກຮົບເກົ່າແຂວງ   ເປັນກໍາມະການ.ແຕ່ງຕັ້ງຄະນະປະຈໍາການ ເຊິ່ງປະກອບຄື: ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນ  ແຂວງ ເປັນຫົວໜ້າ, ທ່ານ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງ   ເປັນຮອງຫົວໜ້າ; ທ່ານ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ  ເປັນຮອງຫົວໜ້າ,ທ່ານ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ, ຫົວໜ້າພະແນກສາທາລະນະ ສຸກແຂວງ  ເປັນຮອງຫົວໜ້າ;ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ, ຫົວ ໜ້າອົງການກວດກາລັດ    ເປັນກຳມະການ; ທ່ານ ພົຈ.ວ ບຸນຍອງ ດວງດີ ກໍາມະການປະຈໍາພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ ເປັນກໍາມະການ; ທ່ານ ບຸນລ້ວນ ຊົມສີຫາປັນຍາຮອງປະທານສະພາປະຊາຊົນແຂວງ ເປັນກໍາມະການ,ທ່ານ ນາງ ວິລະພອນ ທອງພິມ ກໍາມະການພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ  ເປັນກໍາມະການ;ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ                       ເປັນກໍາມະການ; ທ່ານ ນາງ ວັນນາ ພົມວິສອນ ກໍາມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ ເປັນກໍາມະການ; ທ່ານ ທະວີສັກ ໄຊຍະວົງ ກໍາມະການພັກແຂວງ, ຫົວໜ້າພະແນກການເງິນແຂວງ  ເປັນກໍາມະການ. ເພື່ອຮັບປະກັນໃຫ້ການຜັນຂະຫຍາຍ ມະຕິກົມການເມືອງສູນກາງພັກ, ແຈ້ງການແນະນໍາຂອງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ແຜນດໍາເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ໃຫ້ແທດເຖິງ ທັນເວລາ ປະກົດຜົນເປັນຈິງ, ໂດຍສະເພາະ ເພື່ອຮັບປະກັນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ມີຜົນສໍາເລັດ ທັງຮັບປະກັນ 400% ຄື: ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ມາປ່ອນບັດເລືອກຕັ້ງ ໃຫ້ຄົບ 100%,  ໃຫ້ຜູ້ມີສິດເລືອກຕັ້ງ ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ  ຮັບປະກັນການປ່ອນບັດເລືອກຕັ້ງ ມີຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ 100%   ເພື່ອຮັບປະກັນໃຫ້ວຽກງານເລືອກຕັ້ງ ໄດ້ດໍາເນີນໄປຕາມແຜນການເຄື່ອນໄຫວຂອງ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ອອກມະຕິແຕ່ງຕັ້ງ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ລວມມີ 11 ເຂດເລືອກຕັ້ງເມືອງ ຄື: ເຂດເລືອກຕັ້ງເມືອງໄຊຍະບູລີ, ເມືອງ ຄອບ, ເມືອງ ຊຽງຮ່ອນ, ເມືອງ ເງິນ, ເມືອງ ຫົງສາ, ເມືອງ ໄຊສະຖານ, ເມືອງ ພຽງ, ເມືອງ ບໍ່ແຕນ, ເມືອງ ແກ່ນທ້າວ, ເມືອງ ປາກລາຍ ແລະ ເມືອງ ທົ່ງມີໄຊ; ດັ່ງນັ້ນ ຮຽກຮ້ອງໃຫ້ ຄະນະກຳມະການເລືອກຕັ້ງຂຶ້ນເມືອງ ຈົ່ງຮີບຮ້ອນດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຕົນ ເພື່ອເອກະພາບກັນສ້າງແຜນດໍາເນີນງານ, ແຕ່ງຕັ້ງບັນດາອະນຸກຳມະການຊ່ວຍວຽກ, ກຳນົດການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ພ້ອມທັງຖະແຫຼງຂ່າວຕໍ່ສື່ມວນຊົນພາຍໃນເມືອງຂອງ ຕົນຮັບຊາບ ທັນເວລາ ແລະ ຮຽກຮ້ອງໃຫ້ບັນດາອະນຸກຳມະການ ເລືອກຕັ້ງຂັ້ນແຂວງ ຈົ່ງຮີບຮ້ອນດໍາເນີນກອງປະຊຸມ ສ້າງແຜນດໍາເນີນງານຂອງອະນຸກຳມະການ, ສ້າງຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອະນຸກຳມະການຂັ້ນຕົນ ພ້ອມທັງແຕ່ງຕັ້ງກອງເລຂາຊ່ວຍວຽກແຕ່ລະອະນຸກຳມະການ, ສ້າງແຜນງົບປະມານ ໃຫ້ສໍາເລັດທັນເວລາ.

……………………

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa