ບ້ານບົວບານຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2025

…………………….

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາປີ 2025 ແລະ ທິດ ທາງແຜນການປີ 2020 ຂອງບ້ານບົວບານ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 4 ກຸມພາ 2026 ຢູ່ທີ່ຫໍປະຊຸມບ້ານ, ຊຶ່ງພາຍໃຕ້ການເປັນປະທານຂອງທ່ານ ເພັດ ພັນທະວົງ ເລຂາໜ່ວຍພັກບ້ານ ນາຍບ້ານບົວບານ ເປັນກຽດຢ່າງສູງເຂົ້າຮ່ວມຂອງທ່ານ ພັທ ບ່ຽງ ຈວງເທວີ ກຳມະການປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວຫນ້າກອງບັນຊາການ ປກສ ເມືອງ ຫົວຫນ້າຊີ້ນໍາເຂດພັດ ທະນາບົວບານ-ເມືອງວາ, ມີຄະນະທີມງານຂອງເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າ ຮ່ວມ ທັງຫມົດ 4.149 ທ່ານ, ຍິງ 49. ທ່ານ.

ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສໍາເລັດຕາມຈຸດປະສົງຄາດຫມາຍທີ່ວາງໄວ້ເຊິ່ງໄດ້ດໍາເນີນຕາມວາລະດັ່ງນີ້: ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຊຸກຍຸ້ ປະຕິບັດ ຂໍ້ແຂ່ງຂັນ-ຮັກຊາດພັດທະນາຂອງ ຄອບຄົວ, ຫນ່ວຍ, ຂະແຫນງການ ແລະ ບ້ານທີ່ຍັງບໍ່ທັນບັນລຸໃຫ້ບັນລຸຕາມຄາດຫມາຍທີ່ວາງໄວ້ໃນປີ 2026. ພ້ອມນີ້ກໍ່ໄດ້ມີພິທີມອບ-ຮັບໃບຢັ້ງຢືນໃຫ້ບ້ານ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນເປັນກຽດໂດຍທ່ານ ພັທ ບ່ຽງ ຈວງເທວີ ກຳມະການປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວຫນ້າກອງບັນຊາການ ປກສ ເມືອງ ຫົວຫນ້າຊີ້ນໍາເຂດພັດ ທະນາບົວບານ-ເມືອງວາ .

ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງທ່ານ ພັທ ປຽງ ຈວງເທວີ ກໍາມະການປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວຫນ້າກອງບັນຊາການ ປກສ ເມືອງ ຫົວຫນ້າຊີ້ນເຂດພັດທະນາບົວບານ – ເມືອງວາ ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາຂອງຄະນະອົງການປົກຄອງບ້ານ ທີ່ໄດ້ນໍາພາປະຊາຊົນພັດທະນາເສດຖະກິດ-ສັງຄົມຍາດໄດ້ຜົນສໍາເລັດຫຼາຍດ້ານ; ພ້ອມກັນນັ້ນ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນຂໍ້ຄົງຄ້າງ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ຄະນະ, ອົງການປົກຄອງບ້ານຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ , ການສ້າງບ້ານໃຫ້ເປັນບ້ານພັດທະນາ ຮອບດ້ານ, ການແກ້ໄຂຄວາມທຸກຍາກ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນລຸຕາມຄາດ ຫມາຍທ່ານໄດ້ເນັ້ນຫນັກໃຫ້ເອົາໃຈໃສ່ສຸມໃສ່ບາງດ້ານດັ່ງນີ້: ຄະນະຫນ່ວຍພັກ, ອົງການປົກຄອງບ້ານ ຕ້ອງເພີ່ມທະວີວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ການຈັດຕັ້ງຂອງບ້ານ ແລະ ປະຊາຊົນ ບັນດາເຜົ່າໃຫ້ເຂົ້າໃຈ; ເຊື່ອມຊຶມກໍາແຫນ້ນແນວທາງ, ລະບຽບກົດຫມາຍ ຂອງຂັ້ນ ເທີງວາງອອກ ມີຄວາມເປັນເອກະພາບ ແລະ ຕື່ນຕົວເປັນເຈົ້າການປະຕິບັດໃຫ້ເປັນຮູບ ປະທໍາຫຼາຍຂຶ້ນກວ່າເກົ່າ, ຕັ້ງຫນ້າປັບປຸງແບບແຜນວິທີເຮັດວຽກ ໃຫ້ໄປຕາມພາລະບົດບາດ- ສິດ ແລະ ຫນ້າທີ່ ຂອງອົງການປົກຄອງບ້ານ, ຂອງນາຍບ້ານ, ຮອງນາຍບ້ານ ທີ່ໄດ້ກໍານົດໄວ້ ຍົນ ພື້ນຖານການເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນ ຫມູ່ຄະນະ ແປງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ ແລະມີການຕິດຕາມກວດກາ ເປັນປົກກະຕິ, ສືບຕໍ່ສຸກຍູ້ ພັດທະນາເສດຖະກິດ, ແກ້ໄຂຊີວິດການເປັນຢູ່ ຕາມທ່າແຮງ ເຊັ່ນ: ສົ່ງເສີມການປູກພືດ, ລ້ຽງສັດເປັນສິນຄ້າ, ການຄ້າ, ການບໍລິການ ແລະ ອື່ນໆ ເພື່ອສູ້ ຊົນໃຫ້ມີລາຍຮັບເພີ້ມຂື້ນ ບັນລຸຕາມມາດຕະຖານພົ້ນທຸກ ແລະ ມາດຕະຖານການ ພັດທະນາ ທີ່ກໍານົດໄວ້. ສືບຕໍ່ ກວດກາປັບປຸງມາດຖານ ນາມມະຍົດຄອບຄົວ, ບ້ານ ແບບຢ່າງຕ່າງໆ ທີ່ຮັບຮອງໄປແລ້ວໃຫ້ມີຄວາມຍືນຍົງ, ຕ້ອງເພີ່ມທະວີຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນໍາພາຈັດລະບຽບ ສັງຄົມພາຍໃນບ້ານ, ປກສ, ກອງຫຼອນ ຕ້ອງເປັນໃຈກາງປະສານງານກັບອົງການແນວ , ອົງການຈັດຕັ້ງມະຫາຊົນ ຊ່ວຍໃນການຈັດຕັ້ງຄຸ້ມຄອງພົນລະເມືອງ, ການແກ້ໄຂ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ກວດກາພົບເຫັນຄັ້ງນີ້ ໃຫ້ລຸດລົງເທື່ອລະກ້າວ. 5) ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງພາຍໃນບ້ານໃຫ້ແຫນ້ນຍິ່ງຂື້ນພ້ອມກັນເປັນເຈົ້າການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າເພື່ອເປັນກໍາ ລັງແຮງສັງລວມ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງຫນ່ວຍພັກ, ແຜນ ພັດທະນາຂອງບ້ານວາງອອກ ໃຫ້ປະກົດຜົນເປັນຈີງ.

ຂ່າວ : ຄ.ອ.ມ ປາກລາຍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa